ເຈົ້າໜ້າທີ່ IMF ໄດ້ສະເໜີເຂົ້າດຳລົງຕຳແໜ່ງເປັນປະທານາທິບໍດີ Lebanon

(VOVWORLD) - ປະຈຸບັນ, ຍັງບໍ່ທັນຮູ້ວ່າ ປະທານສະພາແຫ່ງຊາດ Lebanon ທ່ານ Nabih Berri, ຈະຮຽກໂຮມການປ່ອນບັດເພື່ອເລືອກຕັ້ງປະທານາທິບໍດີຄັ້ງໃໝ່

        ວັນທີ 04 ມິຖຸນາ, ບັນດາສະມາຊິກລັດຖະສະພາຂອງ Lebanon ໄດ້ສະເໜີທ່ານ Jihad Azour, ຫົວໜ້າພາກພື້ນຂອງກອງທຶນເງິນຕາສາກົນ (IMF) ພ້ອມທັງເປັນອະດີດລັດຖະມົນຕີກະຊວງການເງິນ Lebanon ເຂົ້າດຳລົງຕຳແໜ່ງປະທານາທິບໍດີ, ເຊິ່ງເຄີຍຖືກປະຫວ່າງໃນຕະຫຼອດ 7 ເດືອນຜ່ານມາ ຍ້ອງຄວາມຂາດສະຖຽນລະພາບດ້ານການເມືອງຢູ່ປະເທດນີ້.

        ປະຈຸບັນ, ຍັງບໍ່ທັນຮູ້ວ່າ ປະທານສະພາແຫ່ງຊາດ Lebanon ທ່ານ Nabih Berri, ຈະຮຽກໂຮມການປ່ອນບັດເພື່ອເລືອກຕັ້ງປະທານາທິບໍດີຄັ້ງໃໝ່, ໃນສະພາບພື້ນຖານເສດຖະກິດຂອງປະເທດສືບຕໍ່ຖືກຕົກເຂົ້າສູ່ວິກິດການຢ່າງແຮງກວ່າອີກ. ອັດຕາໄຟເງິນເຟີ້ໃນແຕ່ລະປີຂອງ Lebanon ໃນ 4 ເດືອນຂອງປີ 2023 ແມ່ນຂຶ້ນເຖິງ 269% ຍ້ອນສະກຸນເງິນ Lebanon ສືບຕໍ່ຕົກລາຄາເມື່ອທຽບໃສ່ສະກຸນເງິນ USD. ນີ້ແມ່ນລະດັບໄພເງິນເຟີ້ຮ້າຍແຮງທີ່ສຸດໃນ 34 ເດືອນຢ່າງລຽນຕິດຢູ່ Lebanon.

ຕອບກັບ

ຂ່າວ/ບົດ​ອື່ນ