ເຈົ້າໜ້າທີ່ຢັ້ງຢືນວ່າ ເຫດລະເບີດແຕກຢູ່ ຕວກກີ ແມ່ນຍ້ອນການບຸກໂຈມຕີກໍ່ການຮ້າຍ

(VOVWORLD) -ເຫດລະເບີດແຕກຢູ່ທາງຫຼວງສະຫງວນໃຫ້ຄົນຍ່າງທີ່ມີຊື່ສຽງຢູ່ Istanbul ເຮັດໃຫ້ມີ 6 ຄົນເສຍຊີວິດ ແລະ 81 ຄົນຮັບບາດເຈັບ
ເຈົ້າໜ້າທີ່ຢັ້ງຢືນວ່າ ເຫດລະເບີດແຕກຢູ່ ຕວກກີ ແມ່ນຍ້ອນການບຸກໂຈມຕີກໍ່ການຮ້າຍ - ảnh 1ເຂດເກີດເຫດລະເບີດແຕກຢູ່ທາງຫຼວງ
(ພາບ: AFP/TTXVN)

        ວັນທີ 13 ພະຈິກ, ທ່ານຮອງປະທານາທິບໍດີ ຕວກກີ Fuat Oktay ໃຫ້ຮູ້ວ່າ, ເຫດລະເບີດແຕກຢູ່ທາງຫຼວງສະຫງວນໃຫ້ຄົນຍ່າງທີ່ມີຊື່ສຽງຢູ່ Istanbul ເຮັດໃຫ້ມີ 6 ຄົນເສຍຊີວິດ ແລະ 81 ຄົນຮັບບາດເຈັບນັ້ນ ໄດ້ຢັ້ງຢືນວ່າແມ່ນເຫດການກໍ່ການຮ້າຍ:

        “ຕາມການສືບສວນຫຼ້າສຸດ, ພວກຂ້າພະເຈົ້າຖືວ່າ ນີ້ແມ່ນການກະທຳກໍ່ການຮ້າຍແບບປ່າເຖື່ອນເຊິ່ງເກີດຂຶ້ນຢູ່ທາງ 4 ແຍກທີ່ມີຜູ້ໄປມາເປັນຈຳນວນຫຼວງຫຼາຍ ເຊິ່ງຕົວການກໍ່ເຫດຮ້າຍອາດຈະແມ່ນແມ່ຍິງ ແລະ ຜູ້ນີ້ໄດ້ກະຕັນໃຫ້ລະເບີດແຕກ”

        ກ່ອນໜ້ານັ້ນ, ເຫດລະເບີດແຕກຢູ່ທາງຫຼວງ Istiklal ເກີດຂຶ້ນໃນຕອນບ່າຍວັນທີ 13 ພະຈິກ ກໍ່ໄດ້ສ້າງຄວາມວຸ້ນວາຍຢູ່ທີ່ນີ້. ກ່າວຄຳເຫັນກ່ອນທີ່ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ ອິນໂດເນເຊຍ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ກ່າວປະນາມເຫດລະເບີດແຕກແມ່ນ “ການເຄື່ອນໄຫວບຸກໂຈມຕີທີ່ອັນຕະລາຍ” ແລະ ໃຫ້ຄຳໝັ້ນຍາວ່າ ຕົວການຈະຖືກຕັດສິນລົງໂທດ.

ຕອບກັບ

ຂ່າວ/ບົດ​ອື່ນ