ເຊີດຊູ “ນັກທຸລະກິດທີ່ມີຄວາມເມດຕາປານີ” ຄັ້ງທີ 1 ປີ 2018

(VOVWORLD) -ວັນທີ 10 ພຶດສະພາ, ທີ່ຮ່າໂນ້ຍ, ສື່ເອເລັກໂຕນິກມະນຸດສະທຳ ແລະ ຊີວິດ (ກະບອກສຽງຂອງສະພາກາແດງ ຫວຽດນາມ) 
ເຊີດຊູ “ນັກທຸລະກິດທີ່ມີຄວາມເມດຕາປານີ” ຄັ້ງທີ 1 ປີ 2018 - ảnh 1 ພິທີ “ເຊີດຊູນັກທຸລະກິດທີ່ມີຄວາມເມດຕາປານີ” ຄັ້ງທີ 1 ປີ 2018 (ພາບອິນເຕີແນັດ)

 ໄດ້ຈັດຕັ້ງພິທີ “ເຊີດຊູນັກທຸລະກິດທີ່ມີຄວາມເມດຕາປານີ” ຄັ້ງທີ 1 ປີ 2018 ແນໃສ່ເຊີດຊູບັນດານັກທຸລະກິດ, ວິສາຫະກິດ, ຜູ້ມີໃຈບຸນໃຈກຸສົນໄດ້ມີບັນດາການປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວມະນຸດສະທຳໃນໄລຍະຜ່ານມາ.

ທ່ານນາງ ຫງວຽນທິຊວນທູ ປະທານສະພາກາແດງ ຫວຽດນາມ ໃຫ້ຮູ້ວ່າ: ພິທີເຊີດຊູແມ່ນຂໍ້ລິເລີ່ມຂອງສື່ເອເລັກໂຕນິກມະນຸດສະທຳ ແລະ ຊີວິດ ເພື່ອສະໜອງ “ເດືອນມະນຸດສະທຳ” ໂດຍສູນກາງສະພາກາແດງ ຫວຽດນາມ ປຸກລະດົມ.

        ສະພາກາແດງ ຫວຽດນາມ ກໍ່ຮຽກຮ້ອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດ, ບັນດາຜູ້ມີໃຈບຸນໃຈກຸສົນພາຍໃນປະເທດ ແລະ ຕ່າງປະເທດສະຫງວນການສະໜັບສະໜູນໃຫ້ແກ່ບັນດາລາຍການມະນຸດສະທຳຂອງສະພາກາແດງ ແລະ ສື່ເອເລັກໂຕນິກມະນຸດສະທຳ ແລະ ຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ