ເຊີດຊູການປະກອບສ່ວນຂອງພົນເອກຫວໍງວຽນຢາບກັບວັດທະນະທຳຂອງຊາດ

(VOVWORLD) -ກອງປະຊຸມສຳມະນາລະດັບຊາດພົນເອກ “ຫວໍງວຽນຢາບ ກັບວັດທະນະທຳຂອງຊາດ” ຖືກດຳເນີນໃນວັນທີ 21 ທັນວາ, ຢູ່ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22 ທັນວາ 1944 – 22 ທັນວາ 2018) ແລະ 5 ປີແຫ່ງວັນຂອງພົນເອກ ຫວໍງວຽນຢາບ ເຖິງແກ່ມໍລະນະກຳ (2013 - 2018).

ເຊີດຊູການປະກອບສ່ວນຂອງພົນເອກຫວໍງວຽນຢາບກັບວັດທະນະທຳຂອງຊາດ - ảnh 1ກອງປະຊຸມສຳມະນາລະດັບຊາດພົນເອກ “ຫວໍງວຽນຢາບ ກັບວັດທະນະທຳຂອງຊາດ”

(ພາບ: qdnd.vn)

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສະຫຼຸບບັນດາການປະກອບສ່ວນ, ອິດທິພົນ ໃຫຍ່ຫຼວງຂອງພົນເອກ ຫວໍງວຽນຢາບ ໃນການອະນຸລັກຮັກສາ, ເສີມຂະຫຍາຍສິ່ງຍອດຍິ່ງທາງດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ, ກິດຈະການສ້າງວັດທະນະທຳຫວຽດນາມ ໃຫ້ມີຄວາມກ້າວໜ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ.

        ເມື່ອປະກອບຄວາມເຫັນທີ່ກອງປະຊຸມສຳມະນາ, ນັກຄົ້ນຄວ້າ ຫງວຽນເທຄວາ, ຫົວໜ້າບັນນາທິການໃຫຍ່ວາລະສານ ວັນຮຽນ ເນັ້ນໜັກວ່າ: ການປະກອບສ່ວນອັນຍິ່ງໃຫຍ່ທີ່ສຸດຂອງພົນເອກ ຫວໍງວຽນຢາບ ໃຫ້ແກ້ວັດທະນະທຳຂອງຊາດນັ້ນແມ່ນບຸກຄະລິກກະພາບວັດທະນະທຳອັນສູງສົ່ງຂອງເພິ່ນ, ຕະຫຼອດຊີວິດ “ຖືຜົນປະໂຫຍດສ່ວນລວມສູງກວ່າສິ່ງໃດໝົດ”.

        ສ່ວນນັກກະວີ, ນັກແຕ່ງບົດລະຄອນ, ນັກວິຈານ ປະລິຍາເອກ ຫງວຽນເທ໊ກີ, ຜູ້ອຳນວຍການໃຫຍ່ VOV ຖືວ່າ: ພົນເອກແມ່ນຜູ້ທີ່ມີຄວາມເກັ່ງກ້າສາມາດທັງທາງດ້ານວັນນະຄະດີ ແລະ ດ້ານການທະຫານ, ສະໜາມຮົບ ແລະ ວັດທະນະທຳມະນຸດ.

        ທ່ານຮອງປະທານສະມາຄົມສິລະປະເວທີສະແດງຫວຽດນາມ, ນັກສິລະປິນດີເດັ່ນ ເລຈຶກ ໃຫ້ຮູ້ວ່າ, ພາລະກິດ ແລະ ບຸກຄະລິກກະພາບຂອງເພິ່ນ ຍາມໃດກໍ່ໄດ້ຮັບຄວາມເຄົາລົບນັບຖືຈາກທຸກໆຄົນ, ໄດ້ແຜ່ລາມອອກສູ່ລຸ້ນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ