ເຊີດຊູຄວາມງາມຫວຽດນາມໃນວັນວັດທະນະທຳອາຊຽນ-ຈີນ

ເຊີດຊູຄວາມງາມຫວຽດນາມໃນວັນວັດທະນະທຳອາຊຽນ-ຈີນ - ảnh 1
ນັກ​ສຶກ​ສາ ຫວຽດ​ນາມ ໃນ​ວັນ​ວັດ​ທະ​ນະ​ທຳ ອາຊຽນ - ຈີນ
(ພາບ: Vietsoc Glasgow)

(vovworld) – ບັນ​ດາ​ຊຸດ​ເຊຶ້ອ​ຍາວ​ທີ່​ເປັນ​ມູນ​ເຊື້ອ, ບັນ​ດາ​ວາດ​ຟ້ອນ​ພື້ນ​ເມືອງ, ອາ​ຫານຫຼາຍ​ເຍື່ອງ​ທີ່​ເຂັ້​ມ​ຄົ້ນ​ໄປ​ດ້ວຍ​ລົດ​ຊາດ​ຂອງ​ບ້ານ​ເກີດ​ເມືອງນອນ… ໄດ້​ປະ​ກອບ​ສ່ວນ​ເຊີດ​ຊູ ແລະ ໂຄ​ສະ​ນາ​ເຜີຍ​ແຜ່​ຄວາມ​ງາມຂອງ ຫວຽດ​ນາມ ​ໃຫ້​ເພື່ອນ​ມິດ ອັງ​ກິດ ແລະ ສາ​ກົນ ເຂົ້າ​ຮ່ວມ​ວັນ​ວັດ​ທະ​ນະ​ທຳ ອາ​ຊຽນ - ຈີນ ​ຊຶ່ງຫາກໍ່​ຈັດ​ຕັ້ງ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Strathclyde ຢູ່​ນະ​ຄອນ Glasgow. ເພື່​ອ​ບັນ​ລຸ​ຜົນ​ງານ​ໃນ​ການ​ສະ​ເໜີ​ຕົວ​ເຫດ​ການ​ວັດ​ທະ​ນະ​ທຳ​ຄັ້ງ​ທຳ​ອິດນີ້, ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ Glasgow (Vietsoc Glasgow) ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ພາບ​ພົດ​ອັນ​ດີ​ງາມ​ກ່ຽວ​ກັບ​ກົກ​ເຂົ້າ​ເຫງົ້າ​ກໍ່​ໃນ​ເຂດ​ພູ​ພ​ຽງ​ Scotland ນີ້.

        ເພື່ອ​ນ ເລືອງ​ທິ​ຖູ່ຍ​ລີງ, ຮັບ​ຜິດ​ຊອບ​ການ​ເຄື່ອນ​ໄຫວ​ຂອງ Vietsoc Glasgow  ຢູ່​ວັນ​ວັດ​ທະ​ນ​ະ​ທຳ ອາ​ຊຽນ - ຈີນ, ໃຫ້​ຮູ້​ວ່າ ນີ້​ແມ່ນ​ເຫດ​ການນອນ​ໃນ​ສັບ​ປາ​ດາ​ພິ​ທີ “ຫັນ​ເປັນຫຼາຍ​ຮູບຫຼາຍ​ແບບ” ເຊິ່ງ​ມະ​ຫາ​ວິ​ທະ​ຍາ​ໄລ Strathclyde ຜັນ​ຂະ​ຫຍາຍ​ຊຸກ​ຍູ້ “ຄວາມ​ເປັນ​ເອ​ກະ​ພາບ​ໃນ​ຄວາມ​ມີຫຼາຍ​ຮູບຫຼາຍ​​ສີ”.

        ​ແລະກໍ່​ຢູ່​ລາ​ຊະ​ອາ​ນາ​ຈັກ ອັງ​ກິດ, ຕອນ​ຄ່ຳ​ວັນ​ທີ 21/3, ໄດ້​ດຳ​ເນີນ​ຮອບ​ຊິງ​​ຊະ​ນະເລີດ​ການ​ເສັງ​ຊອກ​ຮູ້​ຄວາມ​ສາ​ມາ​ດ​ຂອງ​ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ລາ​ຊະ​ອາ​ນາ​ຈັກ ອ​ັງ​ກິດ (SVUK’s Got Talent) ປີ 2015 ຢູ່​ໂຮງ​ລະ​ຄອນ Cadogan Hall ຢູ່​ນະ​ຄອນຫຼວງ ລອນດອນ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ສຳ​ຄັນ​ທີ່ສຸດ​ໃນ​ການ​ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ ສະ​ຫະ​ພັນ​ໃຫຍ່​ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ອາຍ​ແລນ​ເໜືອ (SVUK).


ຂ່າວ/ບົດ​ອື່ນ