ເຊີດຊູນັກທຸລະກິດ,ວິສາຫະກິດດີເດັ່ນຂອງອາຊຽນ

ເຊີດຊູນັກທຸລະກິດ,ວິສາຫະກິດດີເດັ່ນຂອງອາຊຽນ - ảnh 1
​ພີ​ທີເຊີດຊູນັກທຸລະກິດ,ວິສາຫະກິດດີເດັ່ນຂອງອາຊຽນ

(vovworld)-  ​ຕອນ​ເຊົ້າ​ວັນ​ທີ 27/11 ຢູ່ ນະ​ຄອນ​ຫລວງ ບາງກອກ ປະ​ເທດ​ໄທ ໄດ້​ເລີ່ມ​ຕົ້ນ​ບັນ​ດາ​ເຫດ​ການ​ຂອງ​ລາຍການ​ພົວ​ພັນ​ແລກ​ປ່ຽນ​ນັກ​ທຸ​ລະ​ກິດ ວິ​ສາ​ຫະ​ກິດ ອາ​ຊຽນ ປີ 2015-(ACP 2015). ນີ້​ແມ່ນ​ບັນ​ດ​າ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ນັກ​ທຸ​ລະ​ກິດ ວິ​ສາ​ຫະ​ກິດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຊື່ງ​ຖືກ​ຈັດ​ຂຶ້ນ​ປະ​ຈຳ​ປີ ແລະ ໝູນ​ວຽນ ຢູ່ ບັນ​ດາ​ປະ​ເທດ ອາ​ຊຽນ ນັບ​ແຕ່​ປີ 2014. ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ “ນັກ​ທຸ​ລະ​ກິດ ວິ​ສາ​ຫະ​ກິດ​ດີ​ເດັ່ນ ຂອງ​ອາ​ຊຽນ, ເຄື່ອງ​ໝາຍ​ການ​ຄ້າ​ໄດ້​ຮັບ​ຄວາມ​ນິ​ຍົມ​ຂອງ ອາ​ຊຽນ, ຜະ​ລິດ​ຕະ​ພັນ - ບໍ​ລິ​ການ​ທີ່​ມີ​ຄຸນ​ນະ​ພາບ​ຂອງ​ອາ​ຊຽນ ແລະ ຈຸດ​ນັດ​ພົບ​ໄດ້​ຮັບ​ຄວາມ​ນິ​ຍົມ​ກວ່າ​ໝູ່​ຂອງ​ອາ​ຊຽນ. ມີ 73 ວິ​ສາ​ຫະ​ກິດ ຍາດ​ໄດ້ 94 ລາງວັນ​ດັ່ງ​ກ່າວ. ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ເຊື່ອມ​ຕໍ່​ດ້ານ​ການ​ຄ້າ​ການ​ລົງ​ທຶນ ດ້ວຍ​ຫົວ​ຂ​ໍ້​ວ່າ: ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ - ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ສຳ​ລັບ​ວິ​ສາ​ຫະ​ກິດ ອາ​ຊຽນ. ໃນ​ວັນ​ທີ 28/11, ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ດັ່ງ​ກ່າວ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື: ໄປ​ທັດ​ສະ​ນ​ະ​ສຶກ​ສາ, ຊອກ​ຮູ້​ກາ​ລະ​ໂອ​ກາດ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ, ບໍ​ລິ​ການ​ຂອງ​ໄທ.

ຂ່າວ/ບົດ​ອື່ນ