ເຊີດຊູບັນດາຄຸນຄ່າ, ສີສັນວັດທະນະທຳບັນດາເຜົ່າທາງພາກກາງ

(VOVWORLD) - ນີ້ແມ່ນເຫດການວັດທະນະທຳມີຂອບຂະໜາດໃຫຍ່, ເພື່ອເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າທາງພາກກາງ
ເຊີດຊູບັນດາຄຸນຄ່າ, ສີສັນວັດທະນະທຳບັນດາເຜົ່າທາງພາກກາງ - ảnh 1ວັນບຸນວັດທະນະທຳບັນດາເຜົ່າທາງພາກກາງ ຄັ້ງທີ 4, ຄາດວ່າຈະຈັດຂຶ້ນແຕ່ວັນທີ 08-10 ກັນຍາ
(ພາບປະກອບ)

        ວັນບຸນວັດທະນະທຳບັນດາເຜົ່າທາງພາກກາງ ຄັ້ງທີ 4, ຄາດວ່າຈະຈັດຂຶ້ນແຕ່ວັນທີ 08-10 ກັນຍາ, ຢູ່ແຂວງ ບິ່ງດິ້ງ, ດ້ວຍຫົວຂໍ້ “ອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າທາງພາກກາງ - ຄວາມສະເໝີພາບ, ສາມັກຄີ, ເຄົາລົບ, ເຊື່ອມໂຍງ ແລະ ພັດທະນາ”. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ, ຈະມີ 11 ທ້ອງຖິ່ນຢູ່ເຂດພາກກາງເຂົ້າຮ່ວມວັນບຸນນີ້, ລວມມີ: ແທັງຮວາ, ກວາງບິ່ງ, ກວາງຈີ້, ເທື່ອທຽນ - ເຫວະ, ກວາງນາມ, ກວາງງ້າຍ, ຝູອຽນ, ແຄງຮ່ວາ, ນິງທ້ວນ, ບິ່ງທ້ວນ ແລະ ບິ່ງດິ້ງ.

        ນີ້ແມ່ນເຫດການວັດທະນະທຳມີຂອບຂະໜາດໃຫຍ່, ເພື່ອເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າທາງພາກກາງ, ແຂວງ ບິ່ງດິ້ງ ໃນພື້ນຖານວັດທະນະທຳທີ່ເປັນເອກະພາບ, ຫຼາຍຮູບຫຼາຍແບບຂອງບັນດາຊົນເຜົ່າສ່ວນໜ້ອຍຂອງ ຫວຽດນາມ. ບັນດາການເຄື່ອນໄຫວໃນວັນບຸນນີ້ກໍ່ຈະປະກອບສ່ວນສ້າງສາ ແລະ ພັດທະນາວັດທະນະທຳ, ຊາວ ຫວຽດນາມ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ