ເຊີດ​ຊູບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ນະ​ຄອນຫຼວງ​ດີ​ເດັ່ນ

(VOVWORLD) - 9 ເດືອນຕົ້ນປີ 2023, ດັດຊະນີຍອດຜະລິດຕະພັນຂອງນະຄອນຮ່າໂນ້ຍ ເພີ່ມຂຶ້ນ 6,08%. ການດຶງດູດເງິນລົງທຶນຈາກຕ່າງປະເທດ (FDI) ບັນລຸເກືອບ 2,53 ຕື້ USD, ເຊິ່ງນຳໜ້າໃນທົ່ວປະເທດ.
ເຊີດ​ຊູບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ນະ​ຄອນຫຼວງ​ດີ​ເດັ່ນ - ảnh 1“Gala ນັກລຸທະກິດ ທັງລອງ 2023” (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນປົດປ່ອຍນະຄອນຫຼວງຄືວັນທີ 10 ຕຸລາ ແລະ ວັນນັກທຸລະກິດ ຫວຽດນາມ ຄືວັນທີ 13 ຕຸລາ, ຕອນຄ່ຳວັນທີ 5 ຕຸລາ, ຢູ່ຮ່າໂນ້ຍ, ສະມາຄົມນັກທຸລະກິດນະຄອນ ຮ່າໂນ້ຍ (HBA) ໄດ້ຈັດ “Gala ນັກລຸທະກິດ ທັງລອງ 2023”, ເພື່ອແນໃສ່ເຊີດຊູ, ຍ້ອງຍໍ ບັນດາວິສາຫະກິດ, ນັກທຸລະກິດທີ່ມີຜົນງານດີເດັ່ນ.

9 ເດືອນຕົ້ນປີ 2023, ດັດຊະນີຍອດຜະລິດຕະພັນຂອງນະຄອນຮ່າໂນ້ຍ ເພີ່ມຂຶ້ນ 6,08%. ການດຶງດູດເງິນລົງທຶນຈາກຕ່າງປະເທດ (FDI) ບັນລຸເກືອບ 2,53 ຕື້ USD, ເຊິ່ງນຳໜ້າໃນທົ່ວປະເທດ. ຖັນແຖວວິສາຫະກິດ, ນັກທຸລະກິດນັບມື້ນັບຢັ້ງຢືນບົດບາດຫຼັກແຫຼ່ງ, ນຳໜ້າໃນພາລະກິດແຫ່ງການກໍ່ສ້າງ ແລະ ພັດທະນານະຄອນຫຼວງ. ມີນັກທຸລະກິດຫຼາຍທ່ານໄດ້ສະແດງໃຫ້ເຫັນ ຄຸນນະທາດ, ຈັນຍາບັນ, ມີຄວາມຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ເປັນເຈົ້າການໃນການເຊື່ອມໂຍງ, ພັດທະນາ, ພ້ອມທັງຍາມໃດກໍ່ມີຄວາມຮັບຜິດຊອບຕໍ່ປະຊາຄົມ, ຮ່ວມເດີນທາງກັບນະຄອນ ແລະ ທົ່ວປະເທດໃນບັນດາໂຄງການໜູນຊ່ວຍສັງຄົມ. ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ຮ່າມິງຫາຍໃຫ້ຮູ້ວ່າ ນະຄອນໄດ້ວາງເປົ້າໝາຍ “ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງ ເພື່ອຮັບໃຊ້”, ສືບຕໍ່ “ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ”, “ຮ່ວມເດີນທາງພ້ອມກັບວິສາຫະກິດ” ເພື່ອ “ພັດທະນາເສດຖະກິດເອກະຊົນກາຍເປັນກຳລັງໜູນສຳຄັນໃນໂຄງປະກອບເສດຖະກິດຂອງນະຄອນຫຼວງ”.

ຕອບກັບ

ຂ່າວ/ບົດ​ອື່ນ