ເຊີດຊູແມ່ຍິງດີເດັ່ນໃນການປ້ອງກັນ, ຕ້ານຢາເສບຕິດ

(VOVWORLD) -ບັນດາຜູ້ແທນໄດ້ຮັບຟັງແມ່ຍິງດີເດັ່ນໃນກຳລັງຕຳຫຼວດ, ທະຫານປ້ອງກັນຊາຍແດນ, ຕຳຫຼວດທາງທະເລ, ພາສີ ແບ່ງປັນກ່ຽວກັບຄວາມຫຍຸ້ງຍາກ, ລຳບາກ ພ້ອມກັບຄວາມສະຫຼຽວສະຫຼາດໃນວຽກງານຕໍ່ສູ້ກັບອາດຊະຍາກຳຢາເສບຕິດ.

ເຊີດຊູແມ່ຍິງດີເດັ່ນໃນການປ້ອງກັນ, ຕ້ານຢາເສບຕິດ - ảnh 1 ງານພົບປະ, ເຊີດຊູແມ່ຍິງດີເດັ່ນໃນການປ້ອງກັນ, ຕ້ານຢາເສບຕິດທົ່ວປະເທດ

(ພາບ: TTXVN)

ຕອນຄ່ຳວັນທີ 11 ຕຸລາ, ຢູ່ຮ່າໂຮ້ຍ, ກະຊວງຕຳຫຼວດຫວຽດນາມ ໄດ້ຈັດງານພົບປະ, ເຊີດຊູແມ່ຍິງດີເດັ່ນໃນການປ້ອງກັນ, ຕ້ານຢາເສບຕິດທົ່ວປະເທດ. ເຂົ້າຮ່ວມລາຍການມີທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານ AIDS ແລະ ຕ້ານໄພຢາເສບຕິດ ພ້ອມກັບແມ່ຍິງດີເດັ່ນກວ່າ 200 ຄົນ.

        ຢູ່ທີ່ນີ້, ບັນດາຜູ້ແທນໄດ້ຮັບຟັງແມ່ຍິງດີເດັ່ນໃນກຳລັງຕຳຫຼວດ, ທະຫານປ້ອງກັນຊາຍແດນ, ຕຳຫຼວດທາງທະເລ, ພາສີ ແບ່ງປັນກ່ຽວກັບຄວາມຫຍຸ້ງຍາກ, ລຳບາກ ພ້ອມກັບຄວາມສະຫຼຽວສະຫຼາດໃນວຽກງານຕໍ່ສູ້ກັບອາດຊະຍາກຳຢາເສບຕິດ. ເຂົາເຈົ້າໄດ້ຕັ້ງໜ້າປະກອບສ່ວນໃນການຕໍ່ສູ້, ບໍ່ຜ່ອນສັ້ນຜ່ອນຍາວກັບອາດຊະຍາກຳຢາເສບຕິດ, ນຳມາເຊິ່ງການດຳຊົງຊີວິດທີ່ມີຄວາມສະຫງົບສຸກໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ