ເຊີນລາ:6ໝູ່ຄະນະໄດ້ຮັບຫລຽນໄຊ,ຫລຽນກາມິດຕະພາບຂອງລັດລາວ

ເຊີນລາ:6ໝູ່ຄະນະໄດ້ຮັບຫລຽນໄຊ,ຫລຽນກາມິດຕະພາບຂອງລັດລາວ - ảnh 1
ພິ​ທີ​ປະ​ດັບ​ຫລຽນ​ໄຊ,ຫລຽນ​ກາ​ມິດ​ຕະ​ພາບ​ຂອງ​ລັດ​ລາວ
ພາບ:TTXVN
(vovworld)-  ​ ຕອນ​ບ່າຍວັນ​ທີ 12/5, ຢູ່​ນະ​ຄອນ ເຊີນ​ລາ, ໂດຍ​ໄດ້​ຮັບ​ການມອບ​ສິດ​ຈາກ​ປະ​ທານ​ປະ​ເທດ ​ລາວ, ທ່ານ​ສາຍ​ສະ​ໝອນ ຄົມ​ທະ​ວົງ ຮອງ​ເຈົ້າ​ແຂວງໆ ຫຼວງ​ພະ​ບາງ ໄດ້ມອບ ຫຼຽນ​ໄຊ, ຫຼຽນ​ກາ​ມິດ​ຕະ​ພາບ​ຂອງ​ລັດ​ລາວ​ໃຫ້​ແກ່​ 6 ​ໝູ່​ຄະ​ນະ​ຂອງ​ແຂວງ​ ເຊີນ​ລາ ນັ້ນ​ແມ່ນ: ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ເຊີນ​ລາ, ພະ​ແນກ​ສຶກ​ສາ ແລະ​ບຳ​ລຸງ​ສ້າງ​ແຂວງ ເຊີນ​ລາ, ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ​ແຂວງ ເຊີນ​ລາ, ມະ​ຫາ​ວິ​ທະ​ຍາ​ໄລ​ໄຕ​ບັກ(ຕາ​ເວັນ​ຕົກ​ສ​ຽ​່ງ​ເຫນືອ), ວິ​ທະ​ຍາ​ໄລ​ເຊີນ​ລາ, ວິ​ທະ​ຍາ​ໄລ​ ແພດສາດ ເຊີນ​ລາ. ນີ້​ແມ່ນ​ບັນ​ດາ​ຫົວ​ຫນ່ວຍ ມີ​ຜົນ​ງານ​ຫລາຍ​ຢ່າງ​ ​ຊ່ວຍ​ເຫລືອ ສ​ປ​ປ ລາວ ໃນ​ວຽກ​ງານ​ສຶກ​ສາ ແລະ ບຳ​ລຸງ​ສ້າງ, ຜ່ານ​ການ​ຫນູນ​ຊ່ວຍກໍ່​ສ້າງ​ພື້ນ​ຖານ​ດ້ານ​ວັດ​ຖຸ​ໂຮງ​ຮຽນ, ຫ້ອ​ງ​ຮຽນ ແລະ ບຳ​ລຸງ​ສ້າງ​ແຫລ່ງ​ພະ​ນັກ​ງານ​ໃຫ້​ແກ່​ບັນ​ດາ​ແຂວງ​ພາກ​ເຫນືອ​ຂອງ​ລາວ ດ້ວຍ​ນັກ​ສຶກ​ສາ​ລາວ ​ຮຽນ​ຈົບ, ພວມ​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ ຢູ່ ເຊີນ​ລາ ນັບ​ຮ້ອຍໆ​ຄົນ.   
ຂ່າວ/ບົດ​ອື່ນ