ເຊື່ອມຈອດການເດີນທາງຕ້ອນຮັບບຸນເຕັດ2017ຢູ່ສະຫະພັນລັດເຊຍ

ເຊື່ອມຈອດການເດີນທາງຕ້ອນຮັບບຸນເຕັດ2017ຢູ່ສະຫະພັນລັດເຊຍ - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຂອງ​ນັກ​ສຶກ​ສ​າ ຫວຽດ​ນາມ ຢູ່ ມົດ​ສ​ກູ

(vovworld) – ໃນ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ ລະ​ກາ 2017, ວັນ​ທີ 30/1, ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ ລັດ​ເຊຍ ທີ່​ມີ​ຊື່​ວ່າ A.Pushkin ຢູ່​ນະ​ຄອນຫຼວງ ມົດ​ສ​ກູ ໄດ້​ຈັດ​ຕັ້ງ​ລາຍ​ການ​ສະ​ແດງ​ສີ​ລະ​ປະ “ບຸນ​ເຕັດ 2017 - ການ​ເດີນ​ທາງ​ກັບ​ເມືອ​ບ້ານ”, ໄດ້​ເຕົ້າ​ໂຮມ​ບັນ​ດາ​ລາຍ​ການ​ສະ​ແດງ​ສີລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສ​​ະເພາະ​ຂອງວັດ​ທະ​ນະ​ທຳ 3 ພາກ​ຂອງ ຫວຽດ​ນາມ. ລາຍ​ການ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຂ​ອງ​​ຄະ​ນະ​ອຳ​ນວຍ​ການໂຮງ​ຮຽນ, ກໍ່​ຄື​ບັນ​ດາ​ນັກ​ສຶກ​ສາ ຫວຽດ​ນາມ ແລະ ຕ່າງ​ປະ​ເທດ​ທີ່​ມາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ນັບ​ສິບ​ແຫ່ງ​ຢູ່ ມົດ​ສ​ກູ. ບັນ​ດາ​ນັກ​ສຶກ​ສາ ຫວຽດ​ນາມ ໄດ້​ແນະ​ນຳ​​ໃຫ້​ຄູ​ອາ​ຈານ ແລະ ເພື​່ອນ​ມິດ​ສາ​ກົນຮັບ​ຊາບ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ​ຂອງ ຫວຽດ​ນາມ ຈາກ​ພາກ​ເໜືອ ຕະຫຼອດ​ຮອ​ດ​ພາກ​ໃຕ້, ດ້ວຍ​ຫົວ​ຂໍ​້ “ບຸນ​ປີ​ໃໝ່​ປະ​ຈຳ​ຊາດ”.


ຂ່າວ/ບົດ​ອື່ນ