ເຊື່ອມ​ຕໍ່ກັບ​ອົງ​ການ​ຕາ​ງ​ໜ້າ​ການ​ທູດຂອງ ຫວຽດ​ນາມ ປະ​ຈຳ ຕ່າງ​ປະ​ເທດ ເພື່ອ​ໂຄ​ສະ​ນາ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ

(VOVWORLD) -ກະຊວງການຕ່າງປະເທດ ພ້ອມກັບສະຖານທູດ, ອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈະຮ່ວມເດີນທາງ, ຕັ້ງໜ້າໜູນຊ່ວຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ປະຕິບັດການເປີດປະຕູການທ່ອງທ່ຽວສາກົນຄືນໃໝ່.
ເຊື່ອມ​ຕໍ່ກັບ​ອົງ​ການ​ຕາ​ງ​ໜ້າ​ການ​ທູດຂອງ ຫວຽດ​ນາມ ປະ​ຈຳ ຕ່າງ​ປະ​ເທດ ເພື່ອ​ໂຄ​ສະ​ນາ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ - ảnh 1ກອງປະຊຸມທາງໄກ ກັບບັນດາອົງການຕາງໜ້າການທູດ ຫວຽດນາມ ປະຈຳ ຢູ່ຕ່າງປະເທດ (ພາບ: vietnamtourism.gov.vn)

ວັນທີ 6 ຕຸລາ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ດວ່ານວັນຫວຽດ ພ້ອມດ້ວຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ ໄດ້ເປັນປະທານຮ່ວມກອງປະຊຸມທາງໄກ ກັບບັນດາອົງການຕາງໜ້າການທູດ ຫວຽດນາມ ປະຈຳ ຢູ່ຕ່າງປະເທດກ່ຽວກັບການເພີ່ມທະວີການສົມທົບໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ຕະຫຼາດຈຸດສຸມແຫ່ງຕ່າງໆ. ສອງຝ່າຍໄດ້ແລກປ່ຽນ, ແບ່ງປັນຂໍ້ມູນກ່ຽວກັບແຜນການທົດລອງຮັບແຂກທ່ອງທ່ຽວສາກົນມາທ່ຽວຢູ່ ຝູກວັກ (ກຽນຢາງ), ວຽກງານການສື່ສານ, ສົ່ງເສີມການທ່ອງທ່ຽວ ຫວຽດນາມ, ເຊື່ອມຕໍ່ວິສາຫະກິດ, ກະກຽມເປີດປະຕູຕະຫຼາດທ່ອງທ່ຽວສາກົນທັງໝົດ.

        ກະຊວງການຕ່າງປະເທດ ພ້ອມກັບສະຖານທູດ, ອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈະຮ່ວມເດີນທາງ, ຕັ້ງໜ້າໜູນຊ່ວຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ປະຕິບັດການເປີດປະຕູການທ່ອງທ່ຽວສາກົນຄືນໃໝ່.

        ທີ່ກອງປະຊຸມ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາອົງການການທູດ ຫວຽດນາມ ປະຈຳບັນດາປະເທດ ໄດ້ແບ່ງປັນຂໍ້ມູນທີ່ເປັນປະໂຫຍດຫຼາຍຢ່າງກ່ຽວກັບຄວາມຕ້ອງການໄປທ່ອງທ່ຽວຂອງປະຊາຊົນຢູ່ບັນດາປະເທດ; ສະພາບການສັກວັກຊິນກັນພະຍາດໂຄວິດ - 19 ກໍຄືສະເໜີຜະລິດຕະພັນ, ການເຄື່ອນໄຫວທີ່ຈຳເປັນເພື່ອຕ້ອນຮັບແຂກທ່ອງທ່ອງສາກົນຄືນໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ