ເຊື່ອ​ມ​ຕໍ່​ການ​ຄ້າ, ການ​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ອົງ​ຄະ​ທາດ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ

(VOVWORLD) -  ວັນທີ 18 ມີນາ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດນຳເຂົ້າຫຼາຍແຫ່ງຢູ່ນະຄອນ Sydney, ຄະນະວິສາຫະກິດ ຫວຽດນາມ ຈະແນະນຳກ່ຽວກັບຈຸດທີ່ເປັນເອກະລັກສະເພາະຂອງຂະແໜງກະສິກຳອົງຄະທາດ ຫວຽດນາມ ກໍຄື ໂຄສະນາຄວາມແຊບນົວຂອງຜະລິດຕະພັນກະເສດອົງຄະທາດ ຫວຽດນາມ.
ເຊື່ອ​ມ​ຕໍ່​ການ​ຄ້າ, ການ​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ອົງ​ຄະ​ທາດ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ - ảnh 1ເນື້ອທີ່ປູກກ້ວຍອົງຄະທາດ ຢູ່ເມືອງ ດັກດວາ, ຢາລາຍ (ພາບ: TTXVN)

ນັບແຕ່ວັນທີ 18 – 25 ມີນາ, ຄະນະວິສາຫະກິດ, ສະຫະກອນ, ສະຫະສະມາຄົມກະສິກຳອົງຄະທາດ ຫວຽດນາມ 19 ແຫ່ງ ແລະ ບັນດາການຈັດຕັ້ງບຳລຸງສ້າງກ່ຽວກັບກະສິກຳອົງຄະທາດ ຂອງ ຫວຽດນາມ ຈະເດີນທາງໄປຍັງ ອົດສະຕາລີ ເພື່ອພົບປະແບບເຊິ່ງໜ້າກັບວິສາຫະກິດນຳເຂົ້າ ແລະ ຜູ້ບໍລິໂພກຜະລິດຕະພັນກະເສດອົງຄະທາດ ຫວຽດນາມ ຢູ່ ອົດສະຕາລີ ເພື່ອແນະນຳ, ໂຄສະນາເຄື່ອງໝາຍການຄ້າຜະລິດຕະພັນກະເສດອົງຄະທາດ ຫວຽດນາມ ຢູ່ຕະຫຼາດ ອົດສະຕາລີ.

        ວັນທີ 18 ມີນາ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດນຳເຂົ້າຫຼາຍແຫ່ງຢູ່ນະຄອນ Sydney, ຄະນະວິສາຫະກິດ ຫວຽດນາມ ຈະແນະນຳກ່ຽວກັບຈຸດທີ່ເປັນເອກະລັກສະເພາະຂອງຂະແໜງກະສິກຳອົງຄະທາດ ຫວຽດນາມ ກໍຄື ໂຄສະນາຄວາມແຊບນົວຂອງຜະລິດຕະພັນກະເສດອົງຄະທາດ ຫວຽດນາມ. ຫຼາຍຜະລິດຕະພັນອົງຄະທາດຕົວຢ່າງທີ່ໄດ້ຜະລິດຢູ່ ຫວຽດນາມ ກໍຈະໄດ້ນຳມາວາງສະແດງໃນເຫດການດັ່ງກ່າວ. ການເຄື່ອນໄຫວນີ້ ກໍຈະໄດ້ຈັດຂຶ້ນຢູ່ນະຄອນ Bairnsdale ແລະ ນະຄອນ Melbourne ຂອງ ລັດ Victoria ໃນວັນທີ 23 ແລະ 25 ມີນາ ຕາມລຳດັບ.

ຕອບກັບ

ຂ່າວ/ບົດ​ອື່ນ