ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງບັນດານະຄອນເຂດໄຕງວຽນ ກັບນະຄອນ ຕຸຍຮ່ວາ

(VOVWORLD) - ບັນດາການເຄື່ອນໄຫວຕົ້ນຕໍໃນວັນບຸນລວມມີ: ງານວາງສະແດງ ມີ 70 ຮ້ານວາງສະແດງ ເພື່ອແນໃສ່ແນະນຳ, ໂຄສະນາຜະລິດຕະພັນວັດທະນະທຳ, ການທ່ອງທ່ຽວ...
ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງບັນດານະຄອນເຂດໄຕງວຽນ ກັບນະຄອນ ຕຸຍຮ່ວາ - ảnh 1ການເຄື່ອນໄຫວສະແດງສິລະປະທີ່ວັນບຸນ
(ພາບ: TTXVN)

ພິທີໄຂວັນບຸນໂຄສະນາ ແລະ ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງບັນດານະຄອນເຂດ ໄຕງວຽນ ກັບນະຄອນ ຕຸຍຮ່ວາ (ແຂວງ ຝູອຽນ) ດ້ວຍຫົວຂໍ້ວ່າ “ຄິດຮອດຄິດເຖິງ Pleiku ” ຈັດຂຶ້ນໃນຕອນຄ່ຳວັນທີ 14 ກໍລະກົດ ຢູ່ນະຄອນ ຕຸຍຮ່ວາ. ເຫດການໂດຍຄະນະກຳມະການປະຊາຊົນນະຄອນ: Pleiku (ແຂວງ ຢາລາຍ); ບວນມາທວດ (ແຂວງ ດັກລັກ); ກອນຕຸມ (ແຂວງ ກອນຕຸມ), ຢາເຫງັຍ (ແຂວງ ດັກນົງ) ແລະ ນະຄອນຕຸມຮ່ວາ ສົມທົບກັນຈັດຂຶ້ນ.

        ບັນດາການເຄື່ອນໄຫວຕົ້ນຕໍໃນວັນບຸນລວມມີ: ງານວາງສະແດງ ມີ 70 ຮ້ານວາງສະແດງ ເພື່ອແນໃສ່ແນະນຳ, ໂຄສະນາຜະລິດຕະພັນວັດທະນະທຳ, ການທ່ອງທ່ຽວ, ອາຫານການກິນທີ່ເປັນເອກະລັກສະເພາະ ແລະ ຜະລິດຕະພັນ OCOP ຂອງບັນດາທ້ອງຖິ່ນ; ງານວາງສະແດງພາບແຕ້ມ, ພາບຖ່າຍແນະນຳກ່ຽວກັບຜົນງານດ້ານເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວຂອງບັນດານະຄອນ ເຂົ້າຮ່ວມວັນບຸນ; ກອງປະຊຸມສົ່ງເສີມການໂຄສະນາການທ່ອງທ່ຽວ ແລະ ການສຳຫຼວດລາຍການທ່ອງທ່ຽວຄົ້ນຫານະຄອນ ຕຸຍຮ່ວາ. ໃນຂອບເຂດຂອງວັນບຸນ, ມີຫຼາຍການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສະແດງສິລະປະທີ່ເປັນເອກະລັກສະເພາະໄດ້ຖືກຈັດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ