ເຊື່ອມຕໍ່ການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ

ເຊື່ອມຕໍ່ການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ - ảnh 1
( ພາບຈາກອີນເຕີແນດ )

( vovworld ) –   ອີ​ຣານ ​ແລະ ບັນດາ​ປະ​ເທດ​ໃນ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ພ້ອມ​ກັບ​ເຢຍລະ​ມັນ ​ໄດ້​ເຫັນ​ດີ​ເຊື່​ອມຕໍ່​ການ​ເຈລະຈາ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້​ ພາຍຫຼັງ​ຖືກ​ຢຸດ​ສະ​ງັກ​ມາເປັນ​ເວລາໜື່ງປີ. ບັນດາ​ການ​ເຈລະຈາ​ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ຢູ່​ນະ​ຄວນ​ຫຼວງ Baghda ຂອງ​ອີຣັກ ​ໃນ​ເດືອນ 5 ທີ່​ຈະ​ມາ​ເຖິງ. ກ່ອນ​ໜ້າ​ນັ້ນ, ອີຣານ​ ໄດ້​ຮຽກຮ້ອງ​ໃຫ້ຍົກ​ເລີກ​ຄຳ​ສັ່ງ​ລົງ​ໂທດ ​ແລະ ​ເລື່ອງ​ຮັບ​ຮູ້​ບັນດາ​ການ​ເຄື່ອນ​ໄຫວ​ເສີມ​ທາດ Urani ຂອງ​ຕົນ​ແມ່ນ​ເພື່ອ​ຈຸດໝາຍ​ສັນຕິພາບ, ​ໃນ​ຂະນະ​ນັ້ນ​ ອາ​ເມ​ລິ​ກາ ​ໄດ້​ຖື​ວ່າ, ອີຣານ ​ຕ້ອງ​ພິສູດ​​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ​ບໍ່​ແມ່ນ​ເພື່ອຜະລິດ​ອາວຸດ​ນິວ​ເຄຼຍ. ​ເລື່ອງ​ເຊື່ອມ​ຕໍ່​ການ​ເຈລະຈາ​ຖຶກຖື​ວ່າແມ່ນ​ສັນຍາ​ນທີ່​ດີ ​ແຕ່​ວ່າ​ອິດສະຣາ​ແອນ ​ແລະ ບັນດາປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ຍັງສະ​ແວງ​ສົງ​​ໄສ​ຈຸດປະສົງ​ຂອງ​ອີຣານ ​ແລະ ຖື​ວ່າ​ປະ​ເທດ​ນີ້​ພວມ​ຊອກ​ຫາ​ວີ​ທີ່​ແກ່ຍາວ​ເວລາ ​ເພື່ອ​ສືບ​ຕໍ່​ໂຄງການ​ນິວ​ເຄຼຍຂອງ​ຕົນ.

ຂ່າວ/ບົດ​ອື່ນ