ເຊື່ອມຕໍ່ວິສາຫະກິດຂອງຫວຽດນາມ ແລະ ມາເລເຊຍໃຫ້ແທດຈິງ ແລະ ມີປະສິດທິຜົນ

(VOVWORLD) -ຄະນະວິສາຫະກິດຫວຽດນາມ ໂດຍສະຖາບັນຄົ້ນຄວ້າວິສາຫະກິດຂະໜາດນ້ອຍ ແລະ ກາງ ນໍາໜ້າ ພວມມີການຢ້ຽມຢາມ ມາເລເຊຍ. ຕອນບ່າຍວັນທີ 20 ສິງຫາ, ຄະນະວິສາຫະກິດຫວຽດນາມໄດ້ມີການພົບປະແລກປ່ຽນກັບບັນດາວິສາຫະກິດຂອງ ມາເລເຊຍ. 
ເຊື່ອມຕໍ່ວິສາຫະກິດຂອງຫວຽດນາມ ແລະ ມາເລເຊຍໃຫ້ແທດຈິງ ແລະ ມີປະສິດທິຜົນ - ảnh 1 ການພົບປະແລກປ່ຽນລະຫວ່າງວິສາຫະກິດຫວຽດນາມ - ມາເລເຊຍ

(ພາບ: Hoang Nhuong/Vietnam+)

ທີ່ການພົບປະ, ມີວິສາຫະກິດຫວຽດນາມທີ່ເຄື່ອນໄຫວໃນບັນດາຂົງເຂດຕ່າງໆເກືອບ 40 ແຫ່ງ ໄດ້ຮັບຟັງການສະເໜີບັນດາຂໍ້ມູນພື້ນຖານກ່ຽວກັບ ມາເລເຊຍ, ພິເສດແມ່ນກ່ຽວກັບຕະຫຼາດດໍາເນີນທຸລະກິດ ແລະ ວົງການວິສາຫະກິດຂອງມາເລເຊຍ. ທ່ານ ຟ້າມກັວກແອັງ, ທູດການຄ້າຫວຽດນາມປະຈໍາ ມາເລເຊຍ ກໍໄດ້ແບ່ງປັນກັບບັນດາວິສາຫະກິດກ່ຽວກັບສະພາບການຮ່ວມມືລະຫວ່າງບັນດາວິສາຫະກິດຂອງສອງປະເທດໃນໄລຍະຜ່ານມາ, ໂດຍສະເພາະແມ່ນບັນດາຂົງເຂດ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ຄື ການນໍາເຂົ້າ-ສົ່ງອອກຜະລິດຕະພັນກະເສດປະເພດຕ່າງໆ ແລະ ເຄື່ອງໃຊ້ສອຍ. ຄຽງຄູ່ກັນນັ້ນ ແມ່ນຄວາມຮຽກຮ້ອງຕ້ອງການ, ຄວາມປາດຖະໜາຢາກຊອກຫາຄູ່ຮ່ວມມື ເພື່ອເປີດກວ້າງການຜະລິດ, ດໍາເນີນທຸລະກິດຂອງບັນດາວິສາຫະກິດມາເລເຊຍ ສໍາລັບຝ່າຍຫວຽດນາມ ແລະ ຕາງໜ້າໃຫ້ບາງວິສາຫະກິດຫວຽດນາມ ກໍໄດ້ສະແດງຄວາມປາດຖະໜາຢາກຊອກຫາກາລະໂອກາດລົງທຶນ ກໍຄື ການຮ່ວມມືພົວພັນການຄ້າກັບບັນດາວິສາຫະກິດ ມາເລເຊຍ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ