ເຊື່ອມຕໍ່ວິສາຫະກິດຫວຽດນາມ-ໄທ

ເຊື່ອມຕໍ່ວິສາຫະກິດຫວຽດນາມ-ໄທ - ảnh 1
ນັກ​ທ​ຸ​ລະ​ກິດ​ຫວຽດ​ນາມ ແລະ ໄທ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​
ໃນ​ເດືອນ 7/2015

(vovworld)- ​​ຕອນ​ເຊົ້າ​ວັນ​ທີ 9/10, ຫ້ອງ​ການ​ການ​ຄ້າ ຫວຽດ​ນາມ ປະ​ຈຳ​ໄທ ສົມ​ທົບ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ແລະ ສູນ​ພັດ​ທະ​ນາ​ນັກ​ທຸ​ລະ​ກິດ​ຫວຽດາມ ຈັດ​ຕັ້ງ​ເວ​ທີ​ປາ​ໄສ “ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ ຫວຽດ​ນາມ - ໄທ ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ​ເສ​ດ​ຖະ​ກິດ ອາ​ຊຽນ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ສະ​ເຫລີມ​ສະ​ຫລອງ 20 ປີ ແຫ່ງວັນ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ (28/7/1995-28/7/2015), 40 ປີ ແຫ່ງວັນ​ສ້າງ​ຕ​ັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ -ໄທ ແລະ ມຸ່ງ​ໄປ​ເຖິງ​ເຫດ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ (AEC) ໃນ​ເດືອນ 12/2015. ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ ມີ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ໄທ ຫງວຽນ​ເຕີດ​ແທ່ງ ແລະ ອົງ​ການ​ຕ່າງໆ​ຂອງ​ໄທ​ພ້ອມ​ກັບ​ຜູ້​ຕາງ​ຫນ້າ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ເກືອບ 400 ແຫ່ງ. ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ ຕ້າກວາງງອກ, ປະ​ທານ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ຢືນ​ຢັ​ນ: ນີ້​ແມ່ນ​ເຫດ​ການ​ສຳ​ຄັນ​ສຳ​ລັບ​ສອງ​ປະ​ເທດ ກໍ​ຄ​ື​ພາກ​ພື້ນ.

ຂ່າວ/ບົດ​ອື່ນ