ເຊື່ອມໂຍງເສດຖະກິດ ອາຊຽນ ຈະນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ ຫວຽດນາມ

ເຊື່ອມໂຍງເສດຖະກິດ ອາຊຽນ ຈະນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ ຫວຽດນາມ  - ảnh 1
ການປະຊຸມຂ່າວຂອງທະນາຄານ Standard Chartered
(ພາບ: hanoimoi.com)

(vovworld) – ​ໃນ​ຂອບ​​ເຂດ​ບັນດາ​ການ​ເຄື່ອນ​ໄຫ​ວຢູ່​ນອກ​ກອງ​ປະຊຸມ​ລັດຖະມົນຕີ​​ເສດຖະກິດ ອາຊຽນ ​ແລະ ບັນ​ດາກ​ອງປະຊຸມ​ທີ່​ກ່ຽວຂ້ອງ, ວັນ​ທີ 7/3, ທະນາຄານ Standard Chartered ​ໄດ​້ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ ດ້ວຍ​ຫົວ​ຂໍ້​ວ່າ “​ເສດຖະກິດ ຫວຽດນາມ ​ແລະ ຄວາມ​ສຳຄັນ​ໃນ​ການ​ຮ່ວມ​ມື​ດ້ານການ​ຄ້າ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ”. ທີ່​ການ​ປະຊຸມ​ຂ່າວ, ບັນດາ​ນັກປາຖະກະຖາ ​ໄດ້​ແບ່ງປັນ​ຄວາມ​ສຳຄັນ​ຂອງ​ການ​ຄ້າ​ໃນ​ກຸ່ມ ອາ​ຊຽນ ທີ່​ມີ​ຕໍ່ ຫວຽດນາມ ​ແລະ ມາດ​ຕະການ​ເພື່ອ​ໃຫ້ ຫວຽດນາມ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ ຈາກ​ຂໍ້​ລິ​ເລີ່​ມປະຊາ​ຄົມ​ເສດຖະກິດ ​ອາ​ຊຽນ ​ໃນ​ປີ 2015. ທ່ານ Neeraj Swaroop, ຜູ້ອຳນວຍການ​ບໍລິຫານ​ທະນາຄານ Standard Chartered ພາກ​ພື້ນ ອາຊີຕາ​ເວັນ​ອອກສ໋ຽງ​ໃຕ້ ​ແບ່ງປັນ​ວ່າ:

“ຂ້າພະ​ເຈົ້າ​ຖື​ວ່າ: ນີ້​ແມ່ນ​ຈຸດ​ເວລາ​ທີ່ດີ​​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ  ໝູນໃຊ້​ໂອກາດ​ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ຍ້ອນ​ວ່າ ປະຈຸ​ບັນ, ຫວຽດນາມ ນັບ​ມື້​ນັບ​ພົ້ນ​ເດັ່ນ​ກ່ວາ, ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ສຳຄັນ​ດ້ວຍ​ຕະຫຼາດ​ກ້ວາງ​ໃຫຍ່, ຕະຫຼາດ​ຜະລິດ​ດ້ວຍ​ຄວາມ​ສາມາດ​ແກ​້ງ​ແຍ້​ງສູງ, ພິ​ເສດ​​ແມ່ນໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເພື່ອ​ນຳ​ໃຊ້​ກາລະ​ໂອກາດ​​ໃຫ້​ດີ​ທີ່​ສຸດ, ພິ​ເສດ​​ແມ່​ນ​ເມື່ອ ອາ​ຊຽນ ກາຍ​ເປັນ​ປະຊາ​ຄົມ​ເສດຖະກິດ ​ໃນ​ປີ 2015, ຫວຽດນາມ ຄວນ​ປັບປຸງ​ດ້ານ​ຄົມມະນາຄົມ, ພື້ນຖານ​ໂຄງ​ລ່າງ​ກ່ວາ​ອີກ, ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ກ່ວາ​ອີກ​ໃຫ້​ແກ່​ການ​ຂົນ​ສົ່ງ​ສິນຄ້າ​ຈາກ ຫວຽດນາມ ​ໄປ​ຍັງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ກົງກັນຂ້າມ.”

        ການ​ພົວພັນ​ແລກປ່ຽນ​ການ​ຄ້າ​ຂອງ ຫວຽດນາມ ກັບ ອາ​ຊຽນ ​ໄດ້ຮັບ​ການ​ເຕີບ​ໂຕ​ຢ່າງ​ແຮງ ​ໃນ 3 ປີ​ມາ​ນີ້. ​ໃນ​ປີ 2012, ຍອດ​ວົງ​​ເງິນ​ສົ່ງ​ອອກ​ຂອງ ຫວຽດນາມ​ໄດ້​ບັນລຸ​ລະດັບເຕີບ​ໂຕ 20%, ລື່ນ​ກາຍ​ບັນດາ​ປະ​ເທດ​ອື່ນ​ໆໃນ​ພາກ​ພື້ນ ອາຊີ​​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ປະຈຸ​ບັນ ອາ​ຊຽນ ພວມ​ແມ່ນ 1 ​ໃນ 3 ຄູ່​ຮ່ວມ​ມື​ການ​ຄ້າ​ສຳຄັນ​ທີ່​ສຸດ​ຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ