ເຊີເບຍ ແລະ ເຂດ​ແຄ​ວັນ Kosovo ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ທາ​ງ​ອອນ​ລາຍ​ພາຍ​ໃຕ້​ການ​ເປັ​ນ​ປະ​ທານ​ຂອງ EU

(VOVWORLD) -ບັນດາການນຳເຊີເບຍ ແລະ ເຂດແຄວັນ Kosovo ໃນວັນທີ 12 ກໍລະກົດ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍພາຍໃຕ້ການເປັນປະທານຂອງ ສະຫະພາບເອີລົບ (EU) ໃນສະພາບການສອງຝ່າຍພວມຊອກຫາວິທີການແກ້ໄຂໃຫ້ແກ່ໜຶ່ງໃນບັນດາການໂຕ້ຖຽງກັນກ່ຽວກັບຜືນແຜ່ນດິນທີ່ສັບສົນທີ່ສຸດຢູ່ເອີລົບ.
ເຊີເບຍ ແລະ ເຂດ​ແຄ​ວັນ Kosovo ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ທາ​ງ​ອອນ​ລາຍ​ພາຍ​ໃຕ້​ການ​ເປັ​ນ​ປະ​ທານ​ຂອງ EU - ảnh 1ທ່ານ Emmanuel Macronປະທານາທິບໍດີຝລັ່ງ ເຂົ້າຮວມກອງປະຊຸມທາງອອນລາຍລະຫວ່າງ ເຊີເບຍ ແລະ ເຂດແຄ້ວນ   Kosovo  (ພາບ: EPA)

ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງ ຂອງ EU ຮັບຜິດຊອບດ້ານນະໂຍບາຍຄວາມໝັ້ນຄົງ ແລະ ທາງການທູດໄດ້ຮຽກຮ້ອງໃຫ້ສອງຝ່າຍສະແດງ “ກຳລັງແຮງດ້ານການເມືອງ” ເພື່ອຊອກຫາວິທີການແກ້ໄຂ, ພ້ອມທັງຖືວ່າ ເລື່ອງຂາດວິທີການແກ້ໄຂຈະຈຳກັດວິວັດທະນາການເສດຖະກິດ  ແລະ ມີຄວາມສ່ຽງຄ່ອຍໆຂາດສະຖຽນລະພາບ. ນອກຈາກການນຳສອງທ່ານຂອງ EU ແລ້ວ, ກອງປະຊຸມທາງອອນລາຍນີ້ຍັງມີການເຂົ້າຮ່ວມຂອງທ່ານ Avdullah Hoti ຜູ້ນຳ ອຳນາດການປົກຄອງ Kosovo ແລະ ທ່ານ Aleksandar Vucic ປະທານາທິບໍດີ ເຊີເບຍ.

ຕອບກັບ

ຂ່າວ/ບົດ​ອື່ນ