ເຍົາ​ວະ​ຊົນ​ເມືອງ​ເກາະ​ ເຈື່ຶອງ​ຊາ ເຂົາ​ຮ່ວມ​ງານ​ບຸນ​ໄຫ້​ວ​ພະ​ຈັນ

(VOVWORLD) -

ໃນໂອກາດນີ້, ຜູ້ບັນຊາການເຫ່ງຕ່າງໆ ແລະ ອຳນາດການປົກຄອງທ້ອງຖິ່ນຍັງໄດ້ມອບຂອງຂວັນ 150 ພູດໃຫ້ແກ່ພວກນ້ອງອີກດ້ວຍ.


ເຍົາ​ວະ​ຊົນ​ເມືອງ​ເກາະ​ ເຈື່ຶອງ​ຊາ ເຂົາ​ຮ່ວມ​ງານ​ບຸນ​ໄຫ້​ວ​ພະ​ຈັນ - ảnh 1

(ພາບ: VOV)

    ໃນຕອນຄ່ຳຂອງວັນທີ 28-29 ກັນຍາ, ຢູ່ເທດສະບານເມືອງ ເຈື່ອງຊາ, ຕາແສງ ຊອງຕືໄຕ ແລະ ຊິງໂຕນ, ເມືອງ ເຈື່ອງຊາ, ແຂວງ ແຄັງຮ່ວາ, ບັນດາພະນັກງານ, ນັກຮົບ ແລະ ກົມກອງຕັ້ງທັບຢູ່ເກາະແຫ່ງຕ່າງໆ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຈັດງານບຸນໄຫ້ວພະຈັນໃຫ້ແກ່ບັນດາຫຼານນ້ອຍ.

ເຖິງວ່າຢູ່ຫ່າງໄກຈາກເຂດດິນຕໍ່ແຜ່ນກໍ່ຕາມ ແຕ່ງານບຸນໄຫ້ວພະຈັນຂອງບັນດາພວກນ້ອງເຍົາວະຊົນ ກໍ່ດຳເນີນໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີການເຄື່ອນໄຫວຢ່າງຄົບຖ້ວນຫຼາຍຢ່າງ. ນະທີ່ນີ້, ບັນດາຫຼານນ້ອຍໄດ້ຮັບຟັງຈົດໝາຍອວຍພອນ ໃນໂອກາດງານບຸນໄຫ້ວພະຈັນຂອງທ່ານປະທານປະເທດ, ໄດ້ຮັບຊົມການຟ້ອນສິງໂຕ ແລະ ຮອ້ງລຳທຳເພງ, ການອ່ານບົດກະວີ… ໂດຍພະນັກງານ, ນັກຮົບ, ຄູອາຈານ ແລະ ນັກຮຽນບັນດາໂຮງຮຽນປະຖົມສະແດງ ຊື່ງໄດ້ສ້າງບັນຍາກາດອັນອົບອູ່ນ ແລະ ມ່ວນຊື່ນໃຫ້ແກ່ພວກຫຼານເຍົາວະຊົນ, ອະນຸຊົນ.

ໃນໂອກາດນີ້, ຜູ້ບັນຊາການເຫ່ງຕ່າງໆ ແລະ ອຳນາດການປົກຄອງທ້ອງຖິ່ນຍັງໄດ້ມອບຂອງຂວັນ 150 ພູດໃຫ້ແກ່ພວກນ້ອງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ