ເດືອນ​ກໍ​ລະ​ກົດ 2020, ເສດ​ຖະ​ກິດ​ຫວຽດ​ນາມ​ສືບ​ຕໍ່​ຟື້ນຕົວ

(VOVWORLD) -ຕາມບົດລາຍງານອັບເດດກ່ຽວກັບເສດຖະກິດມະຫາພາກຫວຽດນາມ ໃນເດືອນ ກໍລະກົດ ປີ 2020 ໂດຍທະນາຄານໂລກ (WB) ປະຈຳຫວຽດນາມປະກາດໃນວັນທີ 11 ສິງຫາ ໄດ້ຕີລາຄາວ່າ ເສດຖະກິດຫວຽດນາມ ສືບຕໍ່ຟື້ນຕົວດ້ວຍປະລິມານ ການປະດິດສ້າງ, ປຸງແຕ່ງ ແລະ ລາຍຮັບຂາຍຍ່ອຍພາຍໃນປະເທດ ເພີ່ມຂຶ້ນຕາມລຳດັບແມ່ນ 2,1% ແລະ 4,6% (ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້).
ເດືອນ​ກໍ​ລະ​ກົດ 2020, ເສດ​ຖະ​ກິດ​ຫວຽດ​ນາມ​ສືບ​ຕໍ່​ຟື້ນຕົວ - ảnh 1ພາບປະກອບ: TTXVN 

ການສົ່ງອອກຂອງຫວຽດນາມຍັງຄົງເປັນປົກກະຕິ (ເທົ່າກັບເດືອນ ກໍລະກົດ ປີ 2019), ໄດ້ສະແດງໃຫ້ກຳລັງຄວາມສາມາດໃນການຮັບມືທີ່ດີກ່ວາການຄາດຄະເນໃນສະພາບການສາກົນພວມຊັກຊ້າ, ຕົ້ນຕໍແມ່ນຍ້ອນມີການປະກອບສ່ວນຂອງບັນດາວິສາຫະກິດພາຍໃນປະເທດ, ໃນຂະນະທີ່ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດຫຼຸດລົງພຽງປະມານ 7%ໃນ 7 ເດືອນ ທີ່ຜ່ານມາ.

      WB ໃຫ້ຂໍ້ສັງເກດວ່າ ໃນໄລຍະຈະມາເຖິງ, ການປະກົດມີກໍລະນີຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ ພ້ອມກັບບັນດາມາດຕະການຈຳກັດໃໝ່, ຈະສົ່ງຜົນກະທົບຕໍ່ວິວັດການຟື້ນຟູເສດຖະກິດ. ເຖິງຢ່າງໃດກໍ່ຕາມ, ບັນດາຜົນກະທົບຫຍໍ້ທໍ້ຂອງມັນໄດ້ຫຼຸດລົງໜ້ອຍໜຶ່ງຍ້ອນ ລັດຖະບານໄດ້ ແລະ ພວມມານະພະຍາຍາມຍູ້ໄວການຜັນຂະຫຍາຍໂຄງການລົງທຶນສາທາລະນະ, ເປັນຕົ້ນແມ່ນຢູ່ບັນດາທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ