ເບິ່ງ​ແຍງດ​ູ​ແລ​ບຸນ​ເຕັດ​ປະ​ຈຳ​ຊາດ ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ທ້ອງ​ຖິ່ນ

(VOVWORLD) -ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນກວາງເຟືອງ ໄດ້ລົງຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ 50 ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຢູ່ ຕາແສງ ບີ່ງແທ່ງ ເມືອງໄຕເຊີນ, ແຂວງບິ່ງດິງ.
ເບິ່ງ​ແຍງດ​ູ​ແລ​ບຸນ​ເຕັດ​ປະ​ຈຳ​ຊາດ ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ທ້ອງ​ຖິ່ນ - ảnh 1ທ່ານຮອງປະທານ ຜູ້ປະຈຳການສະພາແຫ່ງຊາດ ເຈີ່ນແທັງເໝີ້ນ ມອບຂອງຂວັນໃຫ້ແກ່ຜູ້ທຸກຍາກ (ພາບ: VOV)

ຕອນເຊົ້າວັນທີ 24 ມັງກອນ ທ່ານຮອງປະທານ ຜູ້ປະຈຳການສະພາແຫ່ງຊາດ ເຈີ່ນແທັງເໝີ້ນ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມຢູ່ເມືອງ ເຈົ່າແທັງ ອາ, ເມືອງ ວິຖຸ້ຍ ແລະ ອວຍພອນບຸນເຕັດ ຄະນະປະຈຳຄະນະພັກແຂວງ ເຫົ້າຢາງ.

ແລະກໍ່ໄນວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນກວາງເຟືອງ ໄດ້ລົງຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ 50 ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຢູ່ ຕາແສງ ບີ່ງແທ່ງ ເມືອງໄຕເຊີນ, ແຂວງບິ່ງດິງ; ມອບຂອງຂວັນໃຫ້ກຳມະກອນ 100 ຄົນຂອງບໍລິສັດຈຳກັດຕັດຫຍີບ  Able ຫວຽດນາມຢູ່ເຂດອຸດສາຫະກຳ ຟູຕ່າຍ, ອວຍພອນບຸນເຕັດ ກອງພັນໃຫ່ຍຕຳຫຼວດເຄື່ອນທີ - ກະຊວງຕຳຫຼວດຕັ້ງທັບຢູ່ ແຂວງບີ່ງດິງ.

ຕອບກັບ

ຂ່າວ/ບົດ​ອື່ນ