ເບິ່ງແຍງດູແລບຸນເຕັດໃຫ້ເປົ້າໝາຍນະໂຍບາຍ,ຄອບຄົວປະສົບກັບຄວາມຫຍຸ້ງຍາກ

ເບິ່ງແຍງດູແລບຸນເຕັດໃຫ້ເປົ້າໝາຍນະໂຍບາຍ,ຄອບຄົວປະສົບກັບຄວາມຫຍຸ້ງຍາກ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ປ​ະ​ເທດ ຫງວຽນ​ທິຢວ​ານ
(ພາບ: phapluatplus)


(vovworld) –​ ​ຕອນ​ບ່າຍ​ວັນ​ທີ 03/02, ທ່ານ​ນາງ​ຮອງ​ປະ​ທານ​ປ​ະ​ເທດ ຫງວຽນ​ທິຢວ​ານ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ສະ​ພາ​ກາ​ແດງ​ຫວຽດ​ນາມ ໄດ້​ລົງ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ 150 ພ​ູດ ໃຫ້​ຄອບ​ຄົວ​ທຸກ​ຍາກ ແລະ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ ໃນ​ບໍ​ລິ​ເວນ​ເມືອງຫວູ​​ທ​ື, ແຂວງ ທ໋າຍ​ບິງ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ໄດ້​ຢື້​ຢາມ​ຖາມ​ຂ່າວ​ສຸ​ຂະ​ພາບ, ລະ​ດົ​ມ​ກຳ​ລັງ​ໃຈ ແລະ ​ອວຍ​ພອນ​​ໃຫ້ປະ​ຊາ​ຊົນ​ເມືອງ ຫວູ​​ທື ເວົ້າ​ສະ​ເພາະ ແລະ ປະ​ຊາ​ຊົນ​ທ໋າຍ​ບິ່ງ ເວົ້າ​ລວ​​ນ ​ໄດ້ຕ້ອນ​ຮັບ​ບຸນ​ເຕັດ​ປີ​ວອກ 2016 ຢ່າງ​ເບີກບ​ານ​ມ່ວນ​ຊື່ນ, ອົບ​ອຸ່ນ, ສະ​​ຫງົບ​ສຸກ; ກ່າວ​ເຂົ້າ​ສູ່​ປີ​ໃໝ່​ຈະ​ຍາດ​ໄດ້​ບັນ​ດາ​ຜົນ​ງານ​ໃໝ່, ໄຊ​ຊະ​ນ​ະ​ໃໝ່.

      ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໂດຍ​ທ່ານ ເລ​ບ໋າ​ຈິ່ງ, ຮອງ​ປະ​ທານ ໄດ້​ໄ​ປ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນປີ​ໃໝ່​ເກືອບ 100 ພູດ ໃຫ້​ຄົນ​ທຸກ​ຍາກ​ຢູ່​ແຂວງ ເທື່ອ​ທຽນ​ເຫ໋ວ.  ​ເນື່ອງ​ໃນ​ໂອ​ກາດນີ້, ຄະ​ນະ​ຍັງ​ລົງ​ຢື້​ຢາມ​ຖາມ​ຂ່າວ, ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ຄອບ​ຄົວ​​ຢ​ູ່​​ໂດດ​ດຽວ, ຄົນ​ເຈັບ ແລະ ຄົນ​ພິ​ການ​ຢູ່​ເມືອງ ຟຸ໋​ໂລກ…

      ໃນ​ວັນ​ທີ 03/02, ລົດ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຖ້ຽວ​ທຳ​ອິດ​ໃນ​ລາຍ​ການ “ບຸ​ນ​ເຕັດແຫ່ງ​ຄວາມ​ຮັກ - ລະ​ດູ​ບານ​ໃໝ່​ແຫ່ງ​ການ​ເຊື່ອມ​ຕໍ່”, ໂດຍ​ສະ​ຫະ​ພັນ​ແຮງ​ງານ​ແຂວງ ດົ່ງ​ນາຍ ແລະ ບໍ​ລິ​ເສັດ​ໂທ​ລະ​ຄົມ MobiFone ສົມ​ທົບ​ກັນ​ຈັດ​ຕັ້ງ ໄດ້​​ເດີນ​ທາງ​ເພື່ອ​ຮັບຄົນ​ງານ​ເຮັດ​ວຽກ​ຢູ່ເຂດ​ອຸດ​ສາ​ຫະ​ກຳ 6 ແຫ່ງ​ໃນ​ບໍ​ລິ​ເວນ​ແຂວງ​ດົ່ງ​ນາຍ ກັບ​ເມືອ​ບ້ານ​ເກີດ​ເມືອງນອນ​ຕ້ອນ​ຮັບ​ບຸນ​ເຕັດ.

      ເນື່ອງ​ໃນ​ໂອ​ກາ​ດນີ້, ສະ​ມາ​ຄົມ​ອຸ​ປະ​ກະ​ລະຄົນ​ເຈັບ​ທີ່​ທຸກ​ຍາກ​ແຂວງກວາງ​ບິ່ງ ໄດ້​ສົມ​ທົບ​ກັບ​ບັນ​ດາ​ໂຮງ​ໝໍ​ໃນ​ບໍ​ລິ​ເວນ​ແຂວງ ແລະ ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກູ້​ສົນ ຈັດ​ຄາບ​ເຂົ້າ​ໂດຍບໍ່​ເສຍ​ຄ່​າ​ໃຫ້​ຄົນ​ເຈັບ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ວອກ 2016.

      ມີ​ເດັກ​ນ້ອຍ​ທີ່​ປະ​ສົບ​ກັບ​ຄວາມ​ທຸກ​ຍາກ​ພິ​ເສດ​ນັບ​ພັນ​ນ້​ອງ ໄດ້​ພ້ອມກັນ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຊອງ​ລາຍ​ການ “​ບຸນ​ເຕັດແຫ່ງ​ຄວາມ​ອົບ​ອຸ່ນ” ໂດຍ​ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ​ໂຮ່​ຈິ​ມິນ ຈັດ​ຕັ້ງ​ໃນ​ວັນ​ທີ 03/02, ຢູ່​ສວນ​ສາ​ທາ​ລະ​ນະ ຕາວ​ດ່ານ. ລາຍ​ການ​ເພື່ອ​ແນ​ໃສ່​ນຳ​ບຸນ​ເຕັດ​ທີ່​ອົບ​ອ​ຸ່ນ, ມີ​ຄວາມ​ໝາຍ ແລະ ລະ​ດູ​ບານ​ໃໝ່​​ທີ່​ສົດ​ໄສ​ມາ​ໃຫ້​ພວກ​ນ້ອງ. ຜູ້​ຕາງ​ໜ້າ​ການ​ນຳ​ນະ​ຄອນ​ໄດ້​ເຂົ້າ​ຮ່ວມ, ມອບ​ຂອງ​ຂວັນ​ປ​ີ​ໃໝ່, ອວຍ​ພອມ​​ປີ​ໃໝ່​ໃຫ້​ພ​ວກ​ນ້ອງ​ໂດຍ​ກົງ…

      ຕອນ​ບ່າຍ​ວັນ​ທີ 03/02, ຜູ້​ຕາງ​ໜ້າ​ຄະ​ນະ​ພັກ​ແຂວງ​ນິງ​ບິ່ງ, ກ​ຸ່ມບໍ​ລິ​ສັດ ຮຶງ​ຟ໋າດ Vissai ນິງ​ບິ່ງ ແລະ ສະ​​ຫະ​ພັ​ນ​ທຸກ​ລະ​ກິດແຂວງ ໄດ້​ມອບ​ຂ​ອງ​ຂວັນ​ບຸນ​ເຕັດ 5.700 ພ​ູດ​ໃຫ້​ຄົນ​ທຸກ​ຍາກ, ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ຢູ່​ບາງ​ເມືອງ​ໃນ​ບໍ​ລິ​ເວນ​ແຂວງ.

ຂ່າວ/ບົດ​ອື່ນ