ເບິ່ງແຍງດູແລສະມາຊິກກຳມະບານ ແລະ ຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກໃນຍາມບຸນເຕັດ

(VOVWORLD) - ສ່ວນຢູ່ແຂວງ ຕ່ຽນຢາງ, ສະຫະພັນແຮງງານແຂວງ ໄດ້ສົມທົບກັບພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວ, ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ແຂວງ ຕ່ຽນຢາງ ໄດ້ຈັດລາຍການ “ຕ້ອນຮັບບຸນເຕັດພ້ອມກັບກຳມະກອນ - ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ປີມະໂລງ”
ເບິ່ງແຍງດູແລສະມາຊິກກຳມະບານ ແລະ ຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກໃນຍາມບຸນເຕັດ - ảnh 1ເມືອງ 5, ນະຄອນ ໂຮ່ຈີມິນ ໄດ້ຈັດການມອບຂອງຂວັນໃຫ້ກຳມະກອນປະສົບກັບຄວາມຫຍຸ້ງຍາກ

ວັນທີ 27 ມັງກອນ, ສະຫະພັນແຮງງານນະຄອນ ໂຮ່ຈີມິນ, ກຳມະບານບັນດາເຂດຜະລິດສົ່ງອອກ ແລະ ອຸດສາຫະກຳຂອງນະຄອນ, ກຳມະບານລັດຖະກອນກອນຂອງນະຄອນ ໄດ້ຈັດລາຍການ “ບຸນເຕັດເຕົ້າໂຮມ - ລະດູບານໃໝ່ຕອບບຸນແທນຄຸນ” ປີ 2024, ມອບຂອງຂວັນໃຫ້ສະມາຊິກກຳມະບານເກືອບ 5.000 ຄົນທີ່ມີປະສົບກັບຄວາມຫຍຸ້ງຍາກ, ກຳມະກອນຜູ້ອອກແຮງງານບໍ່ມີເງື່ອນໄຂກັບບ້ານຕ້ອນຮັບບຸນເຕັດ.

ໃນຂອບເຂດບັນດາການເຄື່ອນໄຫວ, ກຳມະບານຢູ່ບັນດາເຂດຜະລິດສົ່ງອອກ ແລະ ອຸດສາຫະກຳ ນະຄອນ ໂຮ່ຈີມິນ ໄດ້ຈັດລາຍການພົບປະສັງສັນ 800 ຄອບຄົວສະມາຊິກກຳມະບານ, ຜູ້ອອກແຮງງານຢູ່ບັນດາເຂດອຸດສາຫະກຳ, ເຂດຜະລິດສົ່ງອອກໃນບໍລິເວນນະຄອນ. ທີ່ລາຍການ, ຄອບຄົວບັນດາສະມາຊິກກຳມະບານ, ກຳມະກອນຜູ້ອອກແຮງງານໄດ້ຮັບຂອງຂວັນບຸນເຕັດ, ເຂົ້າຮ່ວມບັນດາການເຄື່ອນໄຫວພົວພັນແລກປ່ຽນ, ວັນນະຄະດີ...

ເບິ່ງແຍງດູແລສະມາຊິກກຳມະບານ ແລະ ຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກໃນຍາມບຸນເຕັດ - ảnh 2ກຳມະກອນໄດ້ຊື້ເຄື່ອງຢູ່ຕະຫຼາດ 0 ດົ່ງ
(ພາບ:Bảo Hân/ laodong.vn)

ຕອນຄ່ຳວັນທີ 27 ມັງກອນ, ຢູ່ແຂວງ ບັກຢາງ, ສະຫະພັນແຮງງານແຂວງ ໄດ້ໄຂລາຍການ “ບຸນເຕັດເຕົ້າໂຮມ - ລະດູບານໃໝແຫ່ງການແບ່ງປັນ” ຕິດພັນກັບຕະຫຼາດບຸນເຕັດກະມະບານ, ຮ້ານຂາຍເຄື່ອງ 0 ດົ່ງທີ່ສະຫງວນໃຫ້ກຳມະກອນຜູ້ອອກແຮງງານຢູ່ເຂດອຸດສາຫະກຳ ກວາງເຈົາ (ເມືອງ ຫວຽດອຽນ).

ສ່ວນຢູ່ແຂວງ ຕ່ຽນຢາງ, ສະຫະພັນແຮງງານແຂວງ ໄດ້ສົມທົບກັບພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວ, ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ແຂວງ ຕ່ຽນຢາງ ໄດ້ຈັດລາຍການ “ຕ້ອນຮັບບຸນເຕັດພ້ອມກັບກຳມະກອນ - ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ປີມະໂລງ” ໃຫ້ແກ່ກຳມະກອນຜູ້ອອກແຮງງານ ຢູ່ເຂດອຸດສາຫະກຳ ເຕີນເຮືອງ, ເຂດອຸດສາຫະກຳ ໝີທໍ ແລະ ກຸ່ມເຂດອຸດສາຫະກຳ ຈູງອານ.

ຕອບກັບ

ຂ່າວ/ບົດ​ອື່ນ