ເບິ່ງແຍງດູແລໃຫ້ແກ່ກຳມະກອນ, ພາລະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກໃນໂອກາດບຸນເຕັດປີຊວດ

(VOVWORLD) - ວັນທີ 16 ມັງກອນ, ສະຫະພັນແຮງງານແຂວງ ດ້ຽນບຽນ ໄດ້ຈັດຕັ້ງລາຍການ “ບຸນເຕັດແຫ່ງການເຕົ້າໂຮມ 2020” ໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ, ຊາວຜູ້ອອກແຮງງານໃນບໍລິເວນແຂວງ.

  ທີ່ລາຍການ, ສະຫະພັນແຮງງານແຂວງ ດ້ຽນບຽນ ໄດ້ມອບຂອງຂວັນບຸນເຕັດ200 ພູດໃຫ້ສະມາຊິກກຳມະບານ, ກຳມະກອນ, ພາລະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ.

ເບິ່ງແຍງດູແລໃຫ້ແກ່ກຳມະກອນ, ພາລະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກໃນໂອກາດບຸນເຕັດປີຊວດ - ảnh 1ສະຫະພັນແຮງງານແຂວງ ດ້ຽນບຽນ ໄດ້ມອບຂອງຂວັນບຸນເຕັດ200 ພູດໃຫ້ສະມາຊິກກຳມະບານ, ກຳມະກອນ, ພາລະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ (ພາບ: qdnd.vn)


        ແລະໃນຕອນຄ່ຳວັນທີ 16 ມັງກອນ, ທີ່ຫໍວັດທະນະທຳແຮງງານແຂວງ ຫວີງລອງ, ຄະນະກຳມະການປະຊາຊົນແຂວງ ຫວີງລອງ ກໍ່ໄດ້ສົມທົບກັບສະຫະພັນແຮງງານແຂວງ ຈັດຕັ້ງລາຍການພົບປະສັງສັນ “ບຸນເຕັດແຫ່ງການເຕົ້າໂຮມ 2020” ໃຫ້ກຳມະກອນ, ຊາວຜູ້ອອກແຮງງານ 280 ຄົນທີ່ປະສົບກັບຄວາມຫຍຸ້ງຍາກໃນຊີວິດການເປັນຢູ່ ຫຼື ຢູ່ໄກບໍ່ມີເງື່ອນໄຂກັບໄປຕ້ອນຮັບບຸນເຕັດກັບຍາດຕິພີ່ນ້ອງຢູ່ບ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ