ເປີດກວ້າງຂອບຂະໜາດການຄ້າ ຫວຽດນາມ - ຈີນ ຕາມທິດຍືນຍົງ ແລະ ດຸນດ່ຽງກວ່າ

(VOVWORLD) - ຕອນບ່າຍວັນທີ 25 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງການຄ້າ ຈີນ, ຫວາງເຫວີນຕາວ, ແລະ ຄະນະຜູ້ແທນກະຊວງການຄ້າ ຈີນ ໄປຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືດ້ານເສດຖະກິດ, ການຄ້າ ຫວຽດນາມ - ຈີນ ຄັ້ງທີ 12 ຢູ່ ຫວຽດນາມ.
ເປີດກວ້າງຂອບຂະໜາດການຄ້າ ຫວຽດນາມ - ຈີນ ຕາມທິດຍືນຍົງ ແລະ ດຸນດ່ຽງກວ່າ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານລັດຖະມົນຕີກະຊວງການຄ້າ ຈີນ, ຫວາງເຫວີນຕາວ(VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນເຖິງຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ທັງສອງຝ່າຍຍູ້ແຮງການຮ່ວມມືຢ່າງແທດຈິງໃນທຸກຂົງເຂດ; ຜັນຂະຫຍາຍບັນດາມາດຕະການອັນແທດຈິງເພື່ອເປີດກວ້າງຂອບຂະໜາດການຄ້າສອງຝ່າຍຕາມທິດຍືນຍົງກວ່າ, ຍຸຕິທຳກວ່າ… ທ່ານນາຍົກລັດຖະມົນຕີກໍສະເໜີໃຫ້ສອງຝ່າຍ ສົມທົບກັນຍົກສູງປະສິດທິພາບການເຮັດລະບຽບການຂ້າມຊາຍແດນ, ຍູ້ແຮງການເຮັດລະບຽບການຂ້າມຊາຍແດນແບບເອເລັກໂຕນິກຢູ່ດ່ານຕ່າງໆ; ພັດທະນາເສດຖະກິດເຂດຊາຍແດນ; ສຸມໃສ່ພັດທະນາການຄ້າເອເລັກໂຕນິກ ແລະ ສົມທົບກັນແກ້ໄຂບັນດາສິ່ງຕິດຂັດຢູ່ບາງໂຄງການຮ່ວມມືບົນຈິດໃຈ “ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ” ຢ່າງຂາດຂັ້ນ.

ສ່ວນທ່ານລັດຖະມົນຕີ ຫວາງເຫວີນຕາວ ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າສຳຄັນຂອງ ຈີນ. ກະຊວງການຄ້າຈີນ ຈະສືບຕໍ່ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄວາມຮັບຮູ້ລວມ ແລະ ບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງພັກ, ສອງລັດ ຢ່າງມີປະສິດທິຜົນ, ຜ່ານນັ້ນ, ສືບຕໍ່ເຮັດໃຫ່ການຮ່ວມມືດ້ານການຄ້າສອງຝ່າຍເລິກເຊິ່ງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ