ເປີດກອງປະຊຸມການທູດປະເທດທົ່ວປະເທດຄັ້ງທີ29

ເປີດກອງປະຊຸມການທູດປະເທດທົ່ວປະເທດຄັ້ງທີ29 - ảnh 1
(ທ່ານເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ໋​ຈ້ອງ
ເຂົ້າ​ຮ່ວມ ແລະ ຊີ້​ນຳ​ກອງ​ປະ​ຊຸມ)

(vovworld) – ​ ​ໃນ​ວັນ​ທີ 22/8, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ເປີດກອງ​ປະ​ຊຸມ​​​ການ​ທູດ ຄັ້ງ​ທີ 29 ດ້ວຍ​ຫົວ​ຂໍ້ “ຍົກ​ສູງ​ປ​ະ​ສິດ​ທິ​ຜົນ​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ປະ​ຕິ​ບັດ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່​​ ຄັ້ງ​ທີ 12 ​ຂອງ​ພັກຢ່າງ​ມີ​ໄຊ”. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີຜູ້​ແທນ​ ກວ່າ 700 ຄົ​ນ ​ເຊິ່ງ​ແມ່ນບັນ​ດາ​ຫົວ​ໜ້າ​ອົງ​ການ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ, ພະ​ນັກ​ງານຫຼັກ​ແຫຼ່ງ​ຈາກ​ບັນ​ດາ​ຫົວ​ໜ່ວຍ​ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ພະ​ນັກ​ງານ​ປະ​ຕິ​ບັດ​ວຽກ​ງານ ​ພົວ​ພັນ​ຕ່າງ​ປະ​ເທດ ຢູ​່ບັນ​ດາທ້ອງ​ຖິ່ນ. ​ທ່ານ ຫງວຽນ​ຟູ໋​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເຂົ້າ​ຮ່ວມ ແລະ ຊີ້​ນຳ​ກອງ​ປະ​ຊຸມ.

        ກອງ​ປະ​ຊຸມ​ການ​ທູດ ຄັ້ງ​ທີ 29 ​ໄດ້ສຸມ​ໃສ່, ເສີມ​ຂະ​ຫຍາຍ​ ​ສະ​ຕິ​ປັນ​ຍາ ແລະ ບົດ​ຮຽນ​ ຂອງ​ທົ່ວ​ຂະ​ແໜງ​ສູງ​ສຸດ ເພື່ອ​​ແລກ​ປ່ຽນ, ຊອກ​ຫາ​ທິດ​ທາງ, ມາດ​ຕະ​ການ​ລະ​ອຽດ ​ແນ​ໃສ່​​ຊຸກ​ຍູ້​ບັນ​ດາ​ຜົນ​ປະ​ໂຫຍດ​ຄວາມ​ສະ​ຫງົບ​ປອດ​ໄພ ແລ​ະ ການ​ພັດ​ທະ​ນາ, ຍົກ​ສູງ​ຖາ​ນະ​ບົດ​ບາດ​ສາ​ກົນ​ ຂອງ​ປະ​ເທດກວ່າ​ເກົ່າ.

        ກອງ​ປະ​ຊຸມ​​ການ​ທູດ ຄັ້ງ​ທີ 29 ຈະ​ດຳ​ເນີນ​ເຖິງ ວັນ​ທີ 26/8/2016.

ຂ່າວ/ບົດ​ອື່ນ