ເປີດ​ກາ​ລະ​ໂອ​ກາດ​ສົ່ງ​ອອກຊາ ລາຍ​ເຈົາ ໄປ​ຍັງ ຕາ​ເວັນ​ອອກ​ກາງ, ອາ​ຟະ​ລິ​ກາ​ເໜືອ ແລະ ​ອາ​ຊີ​​ໃຕ້

(VOVWORLD) -ກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນແຂວງ ລາຍເຈົາ ໄດ້ສົມທົບກັນຈັດກອງປະຊຸມສຳມະນາ “ເພີ່ມທະວີການສົ່ງອອກຜະລິດຕະພັນຊາຂອງ ລາຍເຈົາ ເຂົ້າຕະຫຼາດຕາເວັນອອກກາງ, ອາຟະລິກາເໜືອ ແລະ ອາຊີໃຕ້”. 
ເປີດ​ກາ​ລະ​ໂອ​ກາດ​ສົ່ງ​ອອກຊາ ລາຍ​ເຈົາ ໄປ​ຍັງ ຕາ​ເວັນ​ອອກ​ກາງ, ອາ​ຟະ​ລິ​ກາ​ເໜືອ ແລະ ​ອາ​ຊີ​​ໃຕ້ - ảnh 1ກອງປະຊຸມສຳມະນາ “ເພີ່ມທະວີການສົ່ງອອກຜະລິດຕະພັນຊາຂອງ ລາຍເຈົາ ເຂົ້າຕະຫຼາດຕາເວັນອອກກາງ, ອາຟະລິກາເໜືອ ແລະ ອາຊີໃຕ້” (ພາບ: TTXVN)

  ວັນທີ 15 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນແຂວງ ລາຍເຈົາ ໄດ້ສົມທົບກັນຈັດກອງປະຊຸມສຳມະນາ “ເພີ່ມທະວີການສົ່ງອອກຜະລິດຕະພັນຊາຂອງ ລາຍເຈົາ ເຂົ້າຕະຫຼາດຕາເວັນອອກກາງ, ອາຟະລິກາເໜືອ ແລະ ອາຊີໃຕ້”. ກອງປະຊຸມສຳມະນາຖືກຈັດຂຶ້ນແບບເຊິ່ງໜ້າສົມທົບກັບຮູບແບບທາງໄກດ້ວຍເປົ້າໝາຍ ໜູນຊ່ວຍ, ເຊື່ອມຕໍ່ບັນດາວິສາຫະກິດຜະລິດ ແລະ ສົ່ງອອກຜະລິດຕະພັນຊາຂອງແຂວງ ລາຍເຈົາ ກັບບັນດາຄູ່ຮ່ວມມືໃນພາກພື້ນຕາເວັນອອກກາງ, ອາຟະລິກາເໜືອ ແລະ ອາຊີໃຕ້.

        ເຂົ້າຮ່ວມການປຶກສາຫາລື, ຕາງໜ້າໃຫ້ພະແນກ, ຂະແໜງການ, ວິສາຫະກິດແຂວງ ລາຍເຈົາ ໄດ້ສະໜອງຂໍ້ມູນກ່ຽວກັບການກຳນົດທິດພັດທະນາເຂດວັດຖຸດິບຊາ ແລະ ກຳນົດທິດພັດທະນາລະບົບຜະລິດ, ພັດທະນາຕະຫຼາດໃຫ້ແກ່ບັນດາຜະລິດຕະພັນຊາຂອງແຂວງໃນໄລຍະຈະມາເຖິງ. ພ້ອມດຽວກັນນັ້ນ, ແນະນຳຈຸດທີ່ພົ້ນເດັ່ມກ່ຽວກັບຄຸນນະພາບຂອງຜະລິດຕະພັນ ຊາ ລາຍເຈົາ, ພິເສດແມ່ນ ຊາດຳ, ເຊິ່ງເປັນຊາຊະນິດໜຶ່ງທີ່ໄດ້ຮັບຄວາມນິຍົມຊົມຊອບຢູ່ພາກພື້ນ ຕາເວັນອອກກາງ, ອາຟະລິກາເໜືອ ແລະ ອາຊີໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ