ເປີດຊຸດຝຶກອົບຮົມຂອງ ສ.ປ.ຊ ກ່ຽວກັບການສ້າງແຜນການແຫ່ງຊາດທີ່ສະຫງວນໃຫ້ແກ່ນາຍທະຫານຂັ້ນສູງ

(VOVWORLD) -ຸຊຸດຝຶກອົບຮົມຂອງ ສ.ປ.ຊ ກ່ຽວກັບການສ້າງແຜນການແຫ່ງຊາດທີ່ສະຫງວນໃຫ້ແກ່ນາຍທະຫານຂັ້ນສູງໂດຍກົມຮັກສາສັນຕິພາບຫວຽດນາມ ເປັນເຈົ້າພາບຈັດຕັ້ງ ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 1 ເມສາຢູ່ຮ່າໂນ້ຍ ແລະ ຈະແກ່ຍາວຮອດວັນທີ 12 ເມສາ
ເປີດຊຸດຝຶກອົບຮົມຂອງ ສ.ປ.ຊ ກ່ຽວກັບການສ້າງແຜນການແຫ່ງຊາດທີ່ສະຫງວນໃຫ້ແກ່ນາຍທະຫານຂັ້ນສູງ - ảnh 1ພິທີໄຂຊຸດຝຶກອົບຮົມ 

ເຂົ້າຮ່ວມຊຸດຝຶກອົບຮົມ ມີ ຜູ້ຊ່ຽວຊານ 11 ຄົນທີ່ມາຈາກບັນດາອົງການຝຶກອົບຮົມຂອງ ສ.ປ.ຊ  ແລະ ນັກສຳມະນາກອນ 30 ຄົນທີ່ມາຈາກ 23 ປະເທດ ສະມາຊິກ ສ.ປ.ຊ. ຫວຽດນາມກໍໄດ້ຈັດສົ່ງນາຍທະຫານ 5 ຄົນເຂົ້າຮ່ວມ, ໃນນັ້ນ ມີນາຍທະຫານ 3 ຄົນ ແລະ ນາຍຕຳຫຼວດ 2 ຄົນ.

   ໃນເວລາເຂົ້າຮ່ວມຊຸດຝຶກອົບຮົມ, ບັນດາຜູ້ເຂົ້າຮ່ວມຈະໄດ້ຮັບຖ່າຍທອດຄວາມຮູ້ພື້ນຖານກ່ຽວກັບວິວັດການຄັດເລືອກ, ຝຶກແອບ, ຜັນຂະຫຍາຍປະຕິບັດໜ້າທີ່….ຊຸດຝຶກອົບຮົມແມ່ນມີຄວາມໝາຍແທດຈິງ ໃນສະພາວະທີ່ຫວຽດນາມ ຍັງບໍ່ທັນມີບົດຮຽນໃນການຄຸ້ມຄອງ, ບໍລິຫານ, ສ້າງແຜນການເພື່ອຜັນຂະຫຍາຍບັນດາກົມກອງເຄື່ອນໄຫວຢູ່ບັນດາຄະນະປະຕິບັດງານຮັກສາສັນຕິພາບແຫ່ງ ສ.ປ.ຊ.

ຕອບກັບ

ຂ່າວ/ບົດ​ອື່ນ