ເປີດດ່ານສາກົນລາໄລ (ກວາງຈິ-ຫວຽດນາມ) -ສາລະວັນ (ລາວ)


ເປີດດ່ານສາກົນລາໄລ (ກວາງຈິ-ຫວຽດນາມ) -ສາລະວັນ (ລາວ) - ảnh 1

(ພາບ: VGP/Hải Minh)

(vovworld) – ຕອນ​ເຊົ້າວັນ​ທີ 25/6, ​ໃນ​ເຂດ​ຊາຍ​ແດນ​ຫວຽດນາມ ​ແລະ ລາວ, ທ່ານ​ຟ້າ​ມບິງ​ມິ​ງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ທ່ານ​ທອງ​ລຸນ​ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ​ໄດ້​ເຂົ້າຮ່ວມ ​ແລະ ຕັດ​ແຖບ​ຜ້າ​ເປີດ​ດ່ານ​ສາກົນລາ​ໄລ (ກວາງ​ຈິ-​ຫວຽດນາມ)-ສາລະ​ວັນ (ລາວ). ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ຢືນຢັນ​ວ່າ: ​ເລື່ອງ​​ເປີດ​ຄູ່​ດ່ານ​ສາກົນ​ລາ​ໄລ-​ສາລະ​ວັນ ​ແມ່ນ​ເຫດການ​ສຳຄັນ, ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາມັກຄີ​ແບ​ບພິ​ເສດ, ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານທີ່​ມີ​ຊີວິດ​ຊີວາລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ-​ລາວ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ​ເນັ້ນໜັກ​ວ່າ:

  “ດ່ານ​ສາກົນ​ລາ​ໄລ-​ສາລະ​ວັນ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​​ໃຫ້ລະບົບ​ ດ່ານ​ໃນ​ທົ່ວ​ເຂດ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ, ພ້ອມ​ທັງ​ເປີດ​ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ໃໝ່​ໃນ​ດ້ານ​ເສດຖ​ະກິດ, ການ​ລົງທຶນ ​ແລະ ການທ່ອງທ່ຽວ​ລະຫວ່າງ​ບັນດ​າ​ແຂວງ​ພາກ​ກາງ​ຫວຽດນາມ ກັບ​ບັນດາ​ແຂວງ​ພາກ​ກາງ, ພາກ​ໃຕ້​ຂອງ​ລາວ. ການ​ສ້າງ​ດ່ານ​ສາກົນ​ນີ້ ຍັງ​ປະກອບສ່ວນ​ດຶງ​ດູດ​ການ​ລົງທຶນ​ຂອງ​ສອງ​ປະ​ເທດ ​ແລະ ສາກົນ​ເຂົ້າ​ໃນ​ພາກ​ພື້ນ​ນີ້, ສ້າງ​ປະຖົມ​ປັດ​ໃຈ​ໃຫ້​ແກ່​ການວາງ​ແຜນຜັງ​ລະບົບ​ດ່ານ​ຊາຍ​ແດນ​ສອງ​ປະ​ເທດ​ສຳ​ເລັດ, ໜູນ​ຊ່ວຍ​ການ​ພັດທະນາ​ຂອງ​ແລວ​ເສດຖະກິດ​ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ“.

  ມາ​ຮອດ​ປະຈຸ​ບັນ, ທົ່ວ​ເຂດ​ຊາຍ​ແດນ​ຫວຽດນາມ-​ລາວ ມີ​ລວງ​ຍາວກ່ວາ 2000 ກມ ມີ​ດ່ານ​ຊາຍ​ແດນ​ສາກົນ 8 ດ່ານ​ແລ້ວ ຊື່​ງພວມ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢ່າງ​ແທດ​ຈິງ, ຮັກສາ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ຕອບ​ສະໜອງ​ຄວາມ​ຕ້ອງການ​ພົບ​ປະ​ແລກປ່ຽນ​ກໍ່​ຄື​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ສົ່ງ​ອອກ​ນຳ​ເຂົ້າລະຫວ່າງ​ບັນດາ​ແຂວງ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ, ​ເພື່ອ​ການ​ພັດທະນາ ​ແລະ ວັດທະນາ​ຖາວອນ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ-​ລາວ.

  ​ໃນຕອນ​ບ່າຍຂອງ​ວັນ​ທີ 24/6, ຢູ່​ນະຄອນ​ດົງ​ຮ່າ ​ແຂວງ​ກວາງ​ຈິ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ  ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ​ທອງ​ລຸນ ສີ​ສຸ​ລິດ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ, ​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ ​ແລະ ບາງບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ນາຍົກລັດຖະ ມົນຕີສອງທ່ານ​ໄດ້​ຕີ​ລາຄາ​ສູງ​ຄວາມ​ໝາຍ​ສຳຄັນຂອງ​ເລື່ອງ​ສອງ​ຝ່າຍ​ໄດ້​ມານະ​ພະຍາຍາມ​ສຳ​ເລັດ​ວຽກ​ງານ​ປັກ​ລັກ​ໝາຍ​ຖີ່ ​ແລະ ຍົກ​ລະດັບ​​ດ່ານ​ສາກົນ​ແຫ່ງ​ຕ່າງໆ, ​ໃນ​ນັ້ນມີ​ດ່ານ​ລາ​ໄລ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຂອງ​ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ/.

ຂ່າວ/ບົດ​ອື່ນ