ເປີດ​ຕົວ​ສູນຖານ​ຂໍ້​ມູນ​​ແຫ່ງ​ຊາດ​ກ່ຽວກັບພົນລະ​ເມືອງ

(VOVWORLD) -       ຕອນບ່າຍວັນທີ 17 ສິງຫາ, ກະຊວງຕໍາຫຼວດຫວຽດນາມ ໄດ້ຈັດຕັ້ງພິທີເປີດຕົວສູນຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ.
 ເປີດ​ຕົວ​ສູນຖານ​ຂໍ້​ມູນ​​ແຫ່ງ​ຊາດ​ກ່ຽວກັບພົນລະ​ເມືອງ - ảnh 1ມອບຂໍ້ຕົກລົງວ່າດ້ວຍການພັນທະໜ້າທີ່, ສິດອໍານາດ ແລະ ກົງຈັກການຈັດຕັ້ງຂອງກົມຕໍາຫຼວດຄຸ້ມຄອງບໍລິຫານກ່ຽວກັບຄວາມເປັນລະບຽຍຮຽບຮ້ອຍໃນສັງຄົມ (ພາບ: laodong.vn) 

  ໂຄງການຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງແມ່ນໂຄງການເຕັກໂນໂລຢີຂໍ້ມູນຂ່າວສານໃຫຍ່ທີ່ສຸດ ຢູ່ຫວຽດນາມ ນັບແຕ່ກ່ອນມາຮອດປັດຈຸບັນ, ໂຄງການດັ່ງກ່າວສວມບົດບາດ, ທີ່ຕັ້ງ ແລະ ມີຄວາມໝາຍສໍາຄັນທີ່ສຸດໃນຊີວິດສັງຄົມ. ດ້ວຍການສ້າງຖານຂໍ້ມູນຂ່າວສານແຫ່ງຊາດກ່ຽວກັບພົນລະເມືອງ, ພົນລະເມືອງຫວຽດນາມແຕ່ລະຄົນຈະມີບາງລະຫັດປະຈໍາຕົວ. ນີ້ແມ່ນພື້ນຖານເພື່ອສ້າງຖານຂໍ້ມູນແຫ່ງຊາດກ່ຽວກັນພົນລະເມືອງ ເພື່ອຄຸ້ມຄອງສໍາມະໂນຄົວ ແລະ ເປັນຂໍ້ມູນລວມໃຫ້ແກ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໃນການແກ້ໄຂວຽກງານຂອງພົນລະເມືອງຕາມທິດຫັນເປັນງ່່າຍດາຍ ແລະ ສະດວກກວ່າ.

        ທ່ານພົນຕີ ຫງວຽນຢຸຍງອັກ, ຮອງລັດຖະມົນຕີກະຊວງຕໍາຫຼວດ ໃຫ້ຮູ້ວ່າ: ຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ ແມ່ນພື້ນຖານໃນລະບົບບັນດາຖານຂໍ້ມູນຂອງຊາດ, ເຕົ້າໂຮມຂໍ້ມູນພື້ນຖານຂອງພົນລະເມືອງຫວຽດນາມທັງໝົດ ເພື່ອຮັບໃຊ້ການຄຸ້ມຄອງລັດ ແລະ ການພົວພັນແລກປ່ຽນຂອງອົງການ, ອົງກອນຈັດຕັ້ງ, ສ່ວນບຸກຄົນ; ຊ່ວຍຫຼຸດຜ່ອນໜັງສືປະຈໍາຕົວ, ຍູ້ແຮງການປະຕິບັດການບໍລິການສາທາລະນະຜ່ານທາງອອນລາຍຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ມຸ່ງໄປເຖິງການກໍ່ສ້າງລັດຖະບານເອເລັກໂຕນິກຢູ່ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ