ເປີດຕົວສະໂມສອນການບາດເຈັບກະດູກສັນຫຼັງ ຫວຽດນາມ

(VOVWORLD) - ການບາດເຈັບກະດູກສັນຫຼັງເຮັດໃຫ້ຄົນເຈັບເປັນອັນຕະລາຍຕໍ່ຊີວິດອິນຊີ, ປະສົບກັບຄວາມຫຍຸ້ງຍາກໃນການດຳລົງຊີວິດ ແລະ ເຮັດວຽກງານ.
 ຕອນບ່າຍວັນທີ 21 ຕຸລາ, ຢູ່ຮ່າໂນ້ຍ, ສະຫະສະມາຄົມກ່ຽວກັບຄົນພິການ ຫວຽດນາມ ໄດ້ເປີດຕົວສະໂມສອນການບາດເຈັບກະດູກສັນຫຼັງ ຫວຽດນາມ.

        ການບາດເຈັບກະດູກສັນຫຼັງເຮັດໃຫ້ຄົນເຈັບເປັນອັນຕະລາຍຕໍ່ຊີວິດອິນຊີ, ປະສົບກັບຄວາມຫຍຸ້ງຍາກໃນການດຳລົງຊີວິດ ແລະ ເຮັດວຽກງານ. ປະຈຸບັນ, ຫວຽດນາມ ມີກ່ວາ 5.000 ຄົນເປັນພະຍາດອັນຕະລາຍນີ້. ສະໂມສອນການບາດເຈັບກະດູກສັນຫຼັງ ຫວຽດນາມ ໄດ້ຮັບການສ້າງຕັ້ງ, ແມ່ນສະຖານທີ່ເພື່ອໃຫ້ເຂົາເຈົ້າແບ່ງປັນຄວາມຮັກແພງ, ແບ່ງປັນບັນດາວິທີການປິ່ນປົວພະຍາດ, ແບ່ງປັນບັນດາບົດຮຽນ ແລະ ກາລະໂອກາດໃນການເຮັດວຽກ.

        ເນື່ອງໃນໂອກາດນີ້, ມີວິສາຫະກິດຫຼາຍແຫ່ງ ແລະ ບັນດາຜູ້ໃຈບຸນໃຈກຸສົນໄດ້ສະໜັບສະໜູນຊ່ວຍເຫຼືອສະໂມສອນກ່ຽວກັບດ້ານວັດຖຸ, ເຊິ່ງລວມມີ ເງິນສົດ, ຂອງຂວັນ ແລະ ລໍ້ເລື່ອນ, ຊ່ວຍໃຫ້ຄົນຖືກບາດເຈັບກະດູກສັນຫຼັງມີເງື່ອນໄຂບືນຕົວຂຶ້ນໃນການດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ