ເປີດຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ

(VOVWORLD) -ຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ ເປີດເຄື່ອນໄຫວ ແຕ່ເວລາ 19 ໂມງ ຫາເວລາ 23 ໂມງໃນວັນສຸກ, ວັນເສົາ ປະຈຳອາທິດ.
ເປີດຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ - ảnh 1 (ຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ ເປີດເຄື່ອນໄຫວ)

ຕອນຄ່ຳວັນທີ 22 ເມສາ, ຢູ່ສະໜາມຫຼວງ ງໍ້ມົນ, ຄະນະກຳມະການປະຊາຊົນນະຄອນ ເຫ້ວ ແລະ ສູນອະນຸລັກຮັກສາມໍລະດົກກຸງເກົ່າ ເຫ້ວ, ແຂວງ ເທື່ອທຽນ - ເຫ້ວ ໄດ້ຈັດພິທີໄຂຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ.

        ຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ ເປີດເຄື່ອນໄຫວ ແຕ່ເວລາ 19 ໂມງ ຫາເວລາ 23 ໂມງໃນວັນສຸກ, ວັນເສົາ ປະຈຳອາທິດ. ຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ ແມ່ນຜະລິດຕະພັນສົມທົບລະຫວ່າງຖະໜົນຍ່າງ ແລະ ບັນດາລາຍການສະແດງສິລະປະ, ເຂດວາງສະແດງ, ຂາຍຜະລິດຕະພັນອາຊີບທີ່ເປັນມູນເຊື້ອ ແລະ ອາຫານການກິນ ເຫ້ວ. ທ່ານ ວໍເລເຍິດ, ປະທານຄະນະກຳມະການປະຊາຊົນນະຄອນ ເຫ້ວ, ໃຫ້ຮູ້ວ່າ:

        “ຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ” ມີສີສັນວັດທະນະທຳມໍລະດົກ ແລະ ມີຈຸດພິເສດແມ່ນບັນດາລາຍການສະແດງສິລະປະທີ່ມີລັກສະນະມໍລະດົກວັດທະນະທຳພື້ນເມືອງ ເພື່ອປະກອບສ່ວນເຂົ້າໃນສິລະປະຖະໜົນຍ່າງນີ້. ນອກຈາກ ການລະຫຼີ້ນພື້ນເມືອງ, ລາຍການສະແດງທີ່ເປັນເອກະລັກສະເພາະຂອງນະຄອນ ແລ້ວ ບັນດາຜະລິດຕະພັນ, ໝູ່ບ້ານອາຊີບເຄື່ອງສິລະປະຫັດຖະກຳຂອງ ເຫ້ວ ກໍ່ຈະໄດ້ນຳມາວາງຂາຍຢູ່ເຂດນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ