ເປີດ​ນຳ​ໃຊ້ ແລະ ມອບ​ຮັບ ຫຼາຍ​ກິດ​ຈະ​ກຳ ໂດຍຫວຽດ​ນາມ ໜູນ​ຊ່ວຍ​ລາວ​ເພື່ອ​​ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ສຶກ​ສາ

(VOVWORLD) -ເນື່ອງໃນໂອກາດຢ້ຽມຢາມລາວຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ, ວັນທີ 11 ມັງກອນ, ກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນລາວ ໄດ້ເປັນປະທານຮ່ວມພິທີເປີດນຳໃຊ້ໂຄງການ ກໍ່ສ້າງສະຖາບັນເສດຖະກິດ - ການເງິນ ດົງຄຳຊ້າງ, ລາວ ໄລຍະ 3. 
ເປີດ​ນຳ​ໃຊ້ ແລະ ມອບ​ຮັບ ຫຼາຍ​ກິດ​ຈະ​ກຳ ໂດຍຫວຽດ​ນາມ ໜູນ​ຊ່ວຍ​ລາວ​ເພື່ອ​​ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ສຶກ​ສາ - ảnh 1ພິທີເປີດນຳໃຊ້ໂຄງການ ກໍ່ສ້າງສະຖາບັນເສດຖະກິດ - ການເງິນ ດົງຄຳຊ້າງ 

ນີ້ແມ່ນກິດຈະກຳໄດ້ຮັບການກໍ່ສ້າງດ້ວຍແຫຼ່ງທຶນຊ່ວຍເຫຼືອ ຂອງ ລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ ລັດຖະບານ ລາວ. ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ໂຮ່ດຶກເຟິກ ໃຫ້ຮູ້ວ່າ:ເມື່ອໂຄງການໄດ້ນຳເຂົ້າເຄື່ອນໄຫວ ຈະແມ່ນຈຸດເລີ່ມຕົ້ນໃຫ້ແກ່ຜົນສຳເລັດຕໍ່ໆໄປຂອງສະຖາບັນການເງິນ - ການບັນຊີ ລາວ, ແມ່ນສະຖານທີ່ບຳລຸງສ້າງນັກສຶກສາດີເດັ່ນຫຼາຍລຸ້ນຄົນ, ສະໜອງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ, ພ້ອມທັງປະກອບສ່ວນເຂົ້າໃນກິດຈະກຳກໍ່ສ້າງ ແລະ ປ່ຽນແປງໃໝ່ປະເທດຊາດ, ນຳປະເທດລາວກາຍເປັນໜຶ່ງໃນບັນດາປະເທດພັດທະນາ, ເຊື່ອມໂຍງກັບພື້ນຖານເສດຖະກິດໂລກຢ່າງຮອບດ້ານ. ໃນວັນດຽວກັນ, ກໍ່ໄດ້ດຳເນີນພິທີມອບຮັບລະບົບບຳລຸງສ້າງອອນລາຍເປີດ (MOOCs) ແລະ ລະບົບຕິດຕໍ່ຕາມກວດກາ, ບໍລິຫານຄວາມປອດໄພຂໍ້ມູນຂ່າວສານທາງເຄືອຂ່າຍອິນເຕີແນັດ (SOC). ນີ້ແມ່ນສອງໂຄງການໂດຍ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໜູນຊ່ວຍກ່ຽວກັບລະບົບ ແລະ ວິຊາສະເພາະ ເຊິ່ງໄດ້ຮັບການຕີລາຄາວ່າຈະປະກອບສ່ວນຊ່ວຍລາວຍູ້ໄວການຫັນເປັນດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ