ເປີ​ດ​ລະ​ບົບ​ໃຫ້​ຄຳ​ປຶກ​ສາການ​ກວດ, ປິ່ນ​ປົວ​ພະ​ຍາດ​ທາງ​ໄກ

(VOVWORLD) -ຕອນເຊົ້າວັນທີ 18 ເມສາ, ຢູ່ຈຸດຖ່າຍທອດສົດຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີເປີດລະບົບໃຫ້ຄຳປຶກສາການກວດ, ປິ່ນປົວພະຍາດທາງໄກ ແລະ ໂປຼແກຼມ Bluezone ປົກປ້ອງຊຸມຊົນ, ປ້ອງກັນສະກັດກັ້ນໂລກລະບາດ Covid – 19.

ເປີ​ດ​ລະ​ບົບ​ໃຫ້​ຄຳ​ປຶກ​ສາການ​ກວດ, ປິ່ນ​ປົວ​ພະ​ຍາດ​ທາງ​ໄກ - ảnh 1ຮູບພາບການປິ່ນປົວພະຍາດອອນໄລຜ່ານລະບົດໃຫ້ຄຳປຶກສາການກວດ, ປິ່ນປົວພະຍາດ

(ພາບ: Laodong.vn) 

ລາຍການໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ແລະ ກະຊວງສາທາລະນະສຸກ ສົບທົບກັນຈັດຕັ້ງຂຶ້ນໂດຍມີການເຊື່ອມຕໍ່ຫຼາຍຈຸດຢູ່ກະຊວງສາທາລະນະສຸກ, ໂຮງໝໍແຫ່ງຕ່າງໆຢູ່ບັນດາທ້ອງຖິ່ນ.

        ລະບົບໃຫ້ຄຳປຶກສາການກວດ, ປິ່ນປົວພະຍາດທາງໄກ ໂດຍກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ (Viettel) ພັດທະນາ ເຊິ່ງຕອບສະໜອງໄດ້ຕາມຂໍ້ກຳນົດໃນການກວດ, ປິ່ນປົວພະຍາດທາງໄກຂອງ ກະຊວງສາທາລະນະສຸກຢ່າງຄົບຖ້ວນ.

        ກ່າວຄຳເຫັນທີພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກຢັ້ງຢືນວ່າ:

        ການນຳໃຊ້ການບໍລິການສາທາລະນະທາງອອນລາຍ, ກວດ, ປິ່ນປົວພະຍາດທາງໄກແມ່ນມີປະສິດທິຜົນທົບສອງ, ທົບສາມເທື່ອ ເຊິ່ງພວກເຮົາຕ້ອງໂຄສະນາ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການສະກັດກັ້ນໂລກລະບາດ, ການແຍກຫ່າງໃນສັງຄົມ, ເຊິ່ງມີຜົນປະໂຫຍດແມ່ນເປີດເຜີຍ, ໂປ່ງໃສ, ປະຕິຮູບລະບຽບການບໍລິຫານ, ຫຼຸດຜ່ອນຈຳນວນເອກະສານທີ່ສັບສົນລົງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນເມື່ອຫຼຸດຜ່ອນຄ່າໃຊ້ຈ່າຍ. ດັ່ງນັ້ນ, ຕ້ອງເພີ່ມທະວີການແນະນຳໃຫ້ແກ່ປະຊາຊົນໃນການນຳໃຊ້ການບໍລິການສາທາລະນະທາງອອນລາຍ ແລະ ລະບົບການກວດ, ປິ່ນປົວພະຍາດທາງອອນລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ