ເປີດສະຖານ​ທີ່​ວາງສະ​ແດງ “ພາບ​ໂຄສະນາ”

(VOVWORLD) -ຫ້ອງວາງສະແດງພາບໂຄສະນາ ໄດ້ແນະນໍາເຖິງມະຫາຊົນ 30 ຜະລິດຕະພັນພາບໂຄສະນາ ທີ່ໄດ້ແຕ້ມນັບແຕ່ປີ 1958 ຫາ 1986.
ເປີດສະຖານ​ທີ່​ວາງສະ​ແດງ “ພາບ​ໂຄສະນາ” - ảnh 1ພິທີເປີດສະຖານທີ່ວາງສະແດງ “ພາບໂຄສະນາ” ແຫ່ງໃໝ່  

        ພິທີເປີດສະຖານທີ່ວາງສະແດງ “ພາບໂຄສະນາ” ແຫ່ງໃໝ່ ແລະ ແນະນໍາປຶ້ມ “ຄາດຫວັງແຫ່ງຄວາມສັນຕິພາບ” ຖືກດໍາເນີນໃນຕອນເຊົ້າວັນທີ 23 ມິຖຸນາ 2020 ຢູ່ ຫໍພິພິທະພັນວິຈິດສິນ ຫວຽດນາມ, ຢູ່ນະຄອນຮ່າໂນ້ຍ.ເຫດການດ່ງກ່າວ ຖືກຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 54 ປີ ແຫ່ງວັນສ້າງຕ້ັງ ຫໍພິພິທະພັນວິຈິດສິນຫວຽດນາມ (24/6/1966 – 24/06/2020), ພ້ອມທັງມຸ່ງໄປສູ່ການສະເຫຼີມສະຫຼອງ 75 ປີ ແຫ່ງວັນສະຖາປະນາປະເທດຫວຽດນາມ (2/9/1945 – 2/9/2020).

        ຫ້ອງວາງສະແດງພາບໂຄສະນາ ໄດ້ແນະນໍາເຖິງມະຫາຊົນ 30 ຜະລິດຕະພັນພາບໂຄສະນາ ທີ່ໄດ້ແຕ້ມນັບແຕ່ປີ 1958 ຫາ 1986. ບັນດາຜະລິດຕະພັນເຫຼົ່ານັ້ນ, ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການບັນທຶກບັນດາຂີດໝາຍປະຫວັດສາດຂອງການປະຕິວັດຂອງຊາດ, ບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ໃນທຸກດ້ານຂອງຊີວິດສັງຄົມ ເທົ່ານັ້ນ, ຫາກຍັງຢັ້ງຢືນທີ່ຕັ້ງ, ບົດບາດສໍາຄັນ ແລະ ລັກສະນະສິລະປະຂອງພາບປະເພດພິເສດນີ້ອີກດ້ວຍ, ຜ່ານນັ້ນ ຊ່ວຍໃຫ້ມະຫາຊົນມີຄວາມເຂົ້າໃຈຢ່າງຮອບດ້ານກວ່າກ່ຽວກັບພື້ນຖານວິຈິດສິນຫວຽດນາມ. ເມື່ອເຂົ້າຊົມງານວາງສະແດງ, ນັກວິຈິດຕະກອນ ຟ້າມມິນຈິ, ແບ່ງປັນສູ່ຟັງວ່າ:

        “ພາບໂຄສະນາໃນສະໄໝສົງຄາມ ແມ່ນມີບົດບາດສໍາຄັນໃນພາລະກິດແຫ່ງການປະຕິວັດ. ບັນດານັກຈິດຕະກອນໃນສະໄໝນັ້ນ  ຖືນີ້ແມ່ນໜ້າທີ່ທາງການເມືອງແຖວໜ້າ ເພື່ອຮັບໃຊ້ການຕໍ່ສູ້, ການອອກແຮງງານທໍາການຜະລິດ, ໃຜກໍມີຄວາມເມົາມົວໃນການແຕ້ມ. ຂ້າພະເຈົ້າຖືວ່າ ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາເພື່ອນໜຸ່ມໄດ້ສໍາຜັດກັບພາບໂຄສະນາ, ເຫັນໄດ້ເຖິງບັນຍາກາດການອອກແຮງງານ, ການຕໍ່ສູ້, ການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຄົນລຸ້ນກ່ອນໃນເມື່ອກ່ອນ.”

ຕອບກັບ

ຂ່າວ/ບົດ​ອື່ນ