ເປີດສະຫຼອງປະຕູຖານຂໍ້ມູນສາທາລະນະສຸກແລະລະບົບຂໍ້ມູນກວດກາປະກັນສຸຂະພາບ

ເປີດສະຫຼອງປະຕູຖານຂໍ້ມູນສາທາລະນະສຸກແລະລະບົບຂໍ້ມູນກວດກາປະກັນສຸຂະພາບ - ảnh 1
(ເປີດສະຫຼອງປະຕູຖານຂໍ້ມູນສາທາລະນະສຸກ
ແລະລະບົບຂໍ້ມູນກວດກາປະກັນສຸຂະພາບ)

(vovworld) - ​​ ​ທີ່ກອງ​ປ​ະ​ຊຸມ​ຜັນ​ຂະ​ຫຍາຍ​ວຽກ​ງານ​ພັດ​ທະ​ນາ​ປະ​ກັນ​​ສຸ​ຂະ​ພາບ​ໄລ​ຍະ 2016 – 2020 ຖືກ​ດຳ​ເນີນ​ໃນ​ວັນ​ທີ 29/06, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ສົມ​ທົບ​ກັບອົງ​ການ​ປະ​ກັນ​​ສັງ​ຄົມຫວຽດ​ນາມ ເປີດ​ສະ​ຫຼອງ​ປະ​ຕູ​ຖານ​ຂໍ້​ມູນ​ສາ​ທາ​ລະ​ນະ​ສຸກ ແລະ ລະ​ບົບ​ຂໍ້​ມູນ​ກວດ​ກາ​ປະ​ກັນ​​ສຸ​ຂະ​ພາບ. ນີ້​ແມ່ນ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ວຽກ​ງານ​ຄຸ້ມ​ຄອງ, ກວດ ປິ່ນ​ປົວ​ພະ​ຍາດ, ​​ສຸ​ຂະ​ພາບ ແລະ ​ຊຳ​ລະ​ປະ​ກັນ​​​ສຸ​ຂະ​ພາບ. ລະ​ບົບ​ຂໍ້​ມູນ​ກວດ​ກາ​ປະ​ກັນ​​​ສຸ​ຂະ​ພາບ ເຄື່ອນ​ໄຫວ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ, ສະ​ໜອງ​ບັນ​ດາ​ເຄື່ອງ​ມື​ຊ່ວຍ​ໃຫ້​ຮາກ​ຖານ​ສາ​ທາ​ສະ​ລະ​ສຸກ ຂຸດ​ຄົ້​ນ​ຂໍ້​ມູນ, ກວດ​ບັດ​ປະ​ກັນ​ສຸ​ຂະ​ພາບ, ປະ​ຫ​ວັດ​ການກວດ, ປິ່ນ​ປົວ​ພະ​ຍາດ​ຂອງ​ຄົນ​ເຈັບ​ນຳ​ໃຊ້​ບັດ​ປະ​ກັນ​​ສຸ​ຂະ​ພາບ… ຊ່ວຍ​ໃຫ້​ການ​ຊຳ​ລະ​ໃນ​ການກວດ, ປິ່ນ​ປົວ​ພະ​ຍາດ​ຢ່າງ​ທັນ​ການ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ. ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫງວຽນ​ທິ​ກິມ​ຕຽນ ໃຫ້​ຮູ້​ວ່າ.

        “ຕ້ອງ​ເພີ່ມ​ທະ​ວິີການ​ນຳ​ໃຊ້​ຂໍ້​ມູນ​ໃນ​ການ​ຄວບ​ຄຸມ​ການ​ກວດ, ປິ່ນ​ປົວ​ພະ​ຍາດ, ​​​ຊຳ​ລະ​ປະ​ກັນ​ສຸ​ຂະ​ພາບ. ປະ​ຕິ​ບັດ​ການ​ເຊື່ອມ​ຕໍ່ຂໍ້​ມູນ​ຂ່າວ​ກວດ​ກາ​ຊຳ​ລະ​ປະ​ກັນ​ສຸ​ຂະ​ພາບ​ກ່ອນ​ປີ 2016 ຕາມ​ຄຳ​ຊີ້​ນຳ​ຂອງ​ລັດ​ຖະ​ບານ. ​ຂ​້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ທຸກ​ແຂວງ ກ​ໍ​ຄື​ພະ​ແນກ​ສາ​ທາ​ລະ​ນະ​ສຸກ ​ຊີ້​ນຳ​ບັນ​ດາ​ຮາກ​ຖານກ​ວດ, ປິ່ນ​ປົວ​ພະ​ຍາດ​ຕ້ອງມ​ີ​ການ​ເຊື່ອມ​ຕໍ່​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ​ກັບ​ອົງ​ການ​ປະ​ກັນ​ໄພ ດ້ວຍຕາ​ຕະ​ລາງ, ຕົວ​ເລກ​ສົ້ນ​ອອກ​ເຊິ່ງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄດ້​ປະ​ກາດ ຍິ່ງ​ໄວ​ກໍ່​ຍິ່ງ​ດີ.”

        ວັນ​ທີ 30/06, ​ປະ​ຕູ​ຖານ​ຂໍ້​ມູນ​ສາ​ທາ​ລະ​ນະ​ສຸກເລີ່ມ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ