ເປີດສະຫຼອງວິທະຍຸກະຈາຍສຽງ FM ແຂວງ Kampong Speu, ກຳປູເຈຍ

(VOVWORLD) - ໂຄງການສະຖານີວິທະຍຸ FM ຢູ່ແຂວງ Kampong Speu ແມ່ນໜຶ່ງໃນບັນດາໂຄງການໄດ້ຮັບການປະຕິບັດນອນໃນຂອບເຂດສັນຍາກ່ຽວກັບການຮ່ວມມືເສດຖະກິດ

ວັນທີ 25 ເມສາ, ຢູ່ແຂວງ Kampong Speu, ດຳເນີນພິທີເປີດສະຫຼອງໂຄງການກໍ່ສ້າງວິທະຍຸກະຈາຍສຽງ FM. ນີ້ແມ່ນກິດຈະກຳໂດຍວິທະຍຸກະຈາຍສຽງ ຫວຽດນາມ ກໍ່ສ້າງດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ສະຫງວນໃຫ້ລັດຖະບານ ແລະ ປະຊາຊົນ ກຳປູເຈຍ. ໂຄງການສະຖານີວິທະຍຸ FM ຢູ່ແຂວງ Kampong Speu ແມ່ນໜຶ່ງໃນບັນດາໂຄງການໄດ້ຮັບການປະຕິບັດນອນໃນຂອບເຂດສັນຍາກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດເຕັກນິກລະຫວ່າງ 2 ປະເທດ ຫວຽດນາມ ແລະ ກຳປູເຈຍ, ໂດຍວິທະຍຸກະຈາຍສຽງ ຫວຽດນາມ ປະຕິບັດດ້ວຍຂອບຂະໜາດການລົງທຶນຢ່າງສົມບູນແບບ, ຄົບຊຸດ, ທັນສະໄໝ ເໝາະສົມກັບແຜນກຳນົດການພັດທະນາເຄືອຂ່າຍວິທະຍຸ - ໂທລະພາບແຫ່ງຊາດກຳປູເຈຍ, ເໝາະສົມກັບວິວັດການພັດທະນາວິທະຍຸ ກະຈາຍສຽງ - ໂທລະພາບທີ່ໄດ້ໃຫ້ຄຳໝັ້ນສັນຍາໄວ້ກັບກຸ່ມ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ