ເປີດສະຫຼອງເຂດມູນເຊື້ອປະຕິວັດໄຊງ່ອນ-ເຈີ້ເລີ໋ນ-ຢາດິ້ງ

ເປີດສະຫຼອງເຂດມູນເຊື້ອປະຕິວັດໄຊງ່ອນ-ເຈີ້ເລີ໋ນ-ຢາດິ້ງ - ảnh 1
ເປີດສະຫຼອງເຂດມູນເຊື້ອປະຕິວັດໄຊງ່ອນ-ເຈີ້ເລີ໋ນ-ຢາດິ້ງ
(ພາບ: QuangDinh)

(vovworld) – ​ ວັນ​ທີ 27/12, ຢູ່​ຕາ​ແສງ ຟູ໋ໝີ​ຮຶງ, ​ເມືອງ ກູ​ຈີ, ຄະນະ​ພັກ​ນະຄອນ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ນະຄອນ ​ໂຮ່ຈີ​ມິນ ​ໄດ້ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ​ເຂດ​ມູນ​ເຊື້ອ​ປະຕິວັດ ​ໄຊ​ງ່ອນ - ​ເຈີ້​ເລີ໋ນ - ຢາ​ດິ້ງ; ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ເຂດປູຊະນີຍະ​ສະຖານ​ປະຕິວັດ​ອຸ​ໂມງ​ ກູ​ຈີ (19/12/1995 – 19/12/2015). ​ເຂົ້າ​ຮ່ວມ​ພິທີ​ເປ​ີດສະຫຼອງ​ມີ​ທ່ານ​ອະດີດ ນາຍົກ​ລັດຖະມົນຕີ ຟານ​ວັນ​ຂາຍ.

        ​ເຂດ​ມູນ​ເຊື້ອ​ປະຕິວັດ ໄຊ​ງ່ອນ - ​ເຈີ້​ເລີ໋ນ - ຢາ​ດິ້ງ ກໍ່ສ້າງສຳ​ເລັດ​ນຳ​ເຂົ້າ​ໃຊ້​ການຈະ​ປະກອບສ່ວນ​ສຳຄັນ​ຍົກ​ສູງປະສິດທິ​ຜົນ​ວຽກ​ງານການສຶກສາອົບຮົມໃນໝູ່​ພະນັກງານ, ສະມາຊິກ​ພັກ, ປະຊາຊົນ, ຊາວ​ໜຸ່ມ, ​ເຍົາວະ​ຊົນອະນຸຊົນລຸ່ນປະຈຸ​ບັນ​ໃນ​ທຸກ​ວັນ​ນີ້ ​ແລະ ຄົນລຸ່ນຫລັງ​ກ່ຽວກັບ​ນ້ຳ​ໃຈຮັກ​ຊາດ, ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ມູນ​ເຊື້ອ​ປະຕິວັດ, ປະຫວັດ​ສາດຂອງ​ຊາດ ຫວຽດນາມ. ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ເຂດ​ປູຊະນີຍະ​ຖານ​ປະຫວັດສາດ​ອຸ​ໂມງ​ ກູ​ຈີ (19/12/1995 – 19/12/2015), ​ໂດຍ​ໄດ້​ຮັບ​ການ​ມອບໝາຍຈາກ​ປະທານ​ປະ​ເທດ, ທ່ານ ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ໄດ້ຊີ້​ນຳ​ອົງຄະ​ນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ມອບ​ນາມມະຍົດ​ວິລະ​ຊົນ​ແຮງ​ງານ​ໃຫ້​ເຂດ​ປູຊະນີຍະ​ຖານ​ປະຫວັດສາດ​ອຸ​ໂມງ​ ກູ​ຈີ.


ຂ່າວ/ບົດ​ອື່ນ