ເປີດສະຫຼອງເຂດອາໄລຫາປະທານໂຮ່ຈິມິນ ຢູ່ລາວ

ເປີດສະຫຼອງເຂດອາໄລຫາປະທານໂຮ່ຈິມິນ ຢູ່ລາວ - ảnh 1
ເປີດ​ສະ​ຫຼອງ​ເຂດອາ​ໄລ​ຫາ​ປະທານ​ໂຮ່ຈິ​ມິນ ຢູ່​ລາວ
(ພາບ: vietnamplus.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 11/06, ຢູ່​ເມືອງ ​ໄກສອນ ພົມວິຫານ, ຂຶ້ນ​ກັບ​ແຂວງ ສະຫວັນ​ນະ​ເຂດ, ຫໍພິພິ​ຕະພັນ ໄກສອນ ພົມວິຫານ ສົມທົບ​ກັບ​ອຳນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງເຂດອາ​ໄລ​ຫາ​ປະທານ​ໂຮ່ຈິ​ມິນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 124 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ (15/05/1890 – 19/05/2014). ​ເຂດດັ່ງກ່າວ​ໄດ້​ຮັບ​ການ​ກໍ່ສ້າງ​ເພື່ອ​ແນ​ໃສ່ອາໄລຫາເຖິງໄລຍະ​ທີ່​ປະທານ​ໂຮ່ຈິ​ມິນ ​ເຄື່ອນ​ໄຫວ​ຢູ່​ລາວ ​ໃນ​ຊຸມ​ປີ 1928 – 1929. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ສຸພັນ ​ແກ້ວ​ມີ​ໄຊ ​​ເຈົ້າ​ແຂວງ​ແຂວງ​ສະຫວັນ​ນະ​ເຂດ ແລະ ທ່ານ ສຸວັນ​ດີ ສີສະ​ຫວັດ ​ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຄະນະຮັບຜິດຊອບຫໍພິພິທະພັນ ໄກສອນ ພົມວິຫານ ໄດ້​ທົບທວນ​ຄືນ​ຊີວິດ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ປະທານ​ໂຮ່ຈິ​ມິນ, ຜູ້​ທີ່​ໄດ້​ກໍ່​ຕັ້ງ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ, ພ້ອມ​ທັງ​ຢືນຢັນ​ວ່າ ກິດ​ຈະ​ກຳ ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ໂຄສະນາ​ໃຫ້​ປະຊາຊົນ 2 ປະ​ເທດ ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຊີວິດ ​ແລ​ະ ພາລະກິດ​ທີ່​ຍິ່ງ​ໃຫຍ່​ຂອງ​ປະທານ​ໂຮ່ຈິ​ມິນ ທີ່​ມີ​ຕໍ່​ພາລະກິດ​ປະຕິວັດ​ຂອງ 2 ປະ​ເທດ​, ​ເພື່ອ​ປະກອບສ່ວນ​ເພີ່ມ​ພູນ​ຄຸນ​ສ້າງສາ​ຍພົວພັນ​ແບບ​ພິ​ເສດ​ລະຫວ່າງ​ລາວ - ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງໜັກແໜ້ນ.

ຂ່າວ/ບົດ​ອື່ນ