ເປັນຄັ້ງທຳອິດ ຜູ້ຕາງໜ້າ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການກົດໝາຍສາກົນ

(VOVWORLD) - ກອງປະຊຸມຄັ້ງທີ 69 ຂອງຄະນະກຳມະການກົດໝາຍສາກົນ (ILC) ວັນທີ 01/05 ໄດ້ໄຂຂຶ້ນຢູ່ ເຊີແນວ ປະເທດ ສະວິດ. ພິເສດ ເປັນຄັ້ງທຳອິດ ມີການເຂົ້າຮ່ວມຂອງຜູ້ຕາງໜ້າ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ
ເປັນຄັ້ງທຳອິດ ຜູ້ຕາງໜ້າ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການກົດໝາຍສາກົນ - ảnh 1 ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ (ພາບ: TTXVN)

ໃນມື້ເຮັດວຽກທຳອິດ, ບັນດາກຳມະການ ILC ໄດ້ເລືອກເຟັ້ນປະທານ, ຮອງປະທານ 2 ທ່ານຂອງກອງປະຊຸມ ແລະ ຮັບຮອງເອົາໂຄງການດຳເນີນງານ. ກອງປະຊຸມຄັ້ງນີ້ ສຸມໃສ່ ບັນດາຫົວເລື່ອງຄື: ຍົກເວັ້ນບັນດາເຈົ້າໜ້າທີ່ແຫ່ງລັດ ອອກຈາກບັນດາຂັ້ນຕອນດຳເນີນຄະດີຢູ່ຕ່າງປະເທດ; ນຳໃຊ້ບັນດາສັນຍາສາກົນໂດຍຊົວຄາວ; ຮັກສາສິ່ງແວດລ້ອມໃນສະພາວະປະທະກັນດ້ວຍອາວຸດ; ປົກປັກຮັກສາຊັ້ນບັນຍາກາດໂທດກຳຕ້ານມວນມະນຸດ. ກອງປະຊຸມຈະແກ່ຍາວຈົນຮອດວັນທີ 02/06 ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ