ເປັນຄັ້ງທຳອິດ ສປປ.ເກົາຫຼີ ຢືນຢັນການທົດລອງລູກສອນໄຟນຳວິຖີຂ້າມທະວີບ “Hwasongpo-18”

(VOVWORLD) - ເຫດຍິງທົດລອງເພື່ອ “ຢັ້ງຢືນການເຄື່ອນໄຫວຂອງເຄື່ອງຈັກນຳໃຊ້ເຊື້ອເພີງປະເທດແຂງສຳລັບລູກສອນໄຟມີຫຼາຍຊັ້ນ ແລະ ລະບົບບັນຊາ
ເປັນຄັ້ງທຳອິດ ສປປ.ເກົາຫຼີ ຢືນຢັນການທົດລອງລູກສອນໄຟນຳວິຖີຂ້າມທະວີບ “Hwasongpo-18” - ảnh 1 ລູກສອນໄຟ “Hwasongpo-17”
(ພາບປະກອບ: Yonhap/TTXVN)

        ວັນທີ 14 ເມສາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຂ່າວວ່າ, ປະເທດນີ້ໄດ້ຍິງລູກສອນໄຟນຳວິຖີຂ້າມທະວີບ (ICBM) ປະເພດໃໝ່, “Hwasongpo-18”, ກ່ອນນັ້ນໜຶ່ງວັນ. ການນຳ Kim Jong un ໄດ້ມາສຳຫຼວດເຫດຍິງດັ່ງກ່າວ.

        KCNA ຊີ້ແຈ້ງວ່າ ເຫດຍິງທົດລອງເພື່ອ “ຢັ້ງຢືນການເຄື່ອນໄຫວຂອງເຄື່ອງຈັກນຳໃຊ້ເຊື້ອເພີງປະເທດແຂງສຳລັບລູກສອນໄຟມີຫຼາຍຊັ້ນ ແລະ ລະບົບບັນຊາ; ພ້ອມທັງຕີລາຄາຄວາມເປັນໄປໄດ້ຂອງລະບົບອາວຸດຍຸດທະສາດໃໝ່”. KCNA ກໍ່ຢືນຢັນວ່າ, “ເຫດຍິງທົດລອງບໍ່ສົ່ງຜົນກະທົບຫຍໍ້ທໍ້ໃດໆຕໍ່ຄວາມປອດໄພຂອງບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ໄດ້ຍິງຢູ່ທະເລດ້ວຍຄວາມປອດໄພ”.

ຕອບກັບ

ຂ່າວ/ບົດ​ອື່ນ