ເປັນຄັ້ງທຳອິດ, ສະພາແຫ່ງຊາດ ຫວຽດນາມ ແລະ 2 ອົງການນິຕິບັນຍັດຂອງ ອູຣູກວາຍ ລົງນາມໃນຂໍ້ຕົກລົງຮ່ວມມື

(VOVWORLD) - ໃນໄລຍະຈະມາເຖິງ, 2 ຝ່າຍຈະສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນລະຫວ່າງສະພາແຫ່ງຊາດ, ບັນດາອົງການຈັດຕັ້ງຂອງສະພາແຫ່ງຊາດ, ກຸ່ມສະມາຊິກລັດຖະສະພາມິດຕະພາບ
ເປັນຄັ້ງທຳອິດ, ສະພາແຫ່ງຊາດ ຫວຽດນາມ ແລະ 2 ອົງການນິຕິບັນຍັດຂອງ ອູຣູກວາຍ ລົງນາມໃນຂໍ້ຕົກລົງຮ່ວມມື - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ການນຳສະພາແຫ່ງຊາດ ອູຣູກວາຍ
(ພາບ: TTXVN)

        ວັນທີ 27 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານສະພາແຫ່ງຊາດ ອູຣູກວາຍ, ນະຄອນຫຼວງ Montevideo, ທ່ານປະທານສະພາສູງ ອູຣູກວາຍ Beatriz Argimon ແລະ ທ່ານປະທານສະພາຕ່ຳ Sebastian Andujar ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ທີ່ພວມຢ້ຽມຢາມປະເທດ ສ.ອູຣູກວາຍ ຢ່າງເປັນທາງການ.

        ທີ່ການພົບປະເຈລະຈາ, ພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ການນຳສະພາແຫ່ງຊາດ ອູຣູກວາຍ ໄດ້ເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຈະສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນລະຫວ່າງສະພາແຫ່ງຊາດ, ບັນດາອົງການຈັດຕັ້ງຂອງສະພາແຫ່ງຊາດ, ກຸ່ມສະມາຊິກລັດຖະສະພາມິດຕະພາບ ແລະ ບັນດາສະມາຊິກສະພາແຫ່ງຊາດຂອງ 2 ປະເທດ; ແລກປ່ຽນບົດຮຽນໃນການສ້າງກົດໝາຍ, ສ້າງລະບອບລະບຽບການໃຫ້ສົມບູນແບບ ເພື່ອຮັບໃຊ້ພາລະກິດແຫ່ງການພັດທະນາຂອງແຕ່ລະປະເທດ ແລະ ການເຄື່ອນໄຫວລັດຖະສະພາ; ສ້າງເງື່ອນໄຂສະດວກເພື່ອໜູນຊ່ວຍປະຊາຄົມວິສາຫະກິດ ກໍ່ຄືປະຊາຊົນຂອງ 2 ປະເທດດຳລົງຊີວິດ, ຮ່ຳຮຽນ, ລົງທຶນ ແລະ ດຳເນີນທຸລະກິດຢູ່ແຕ່ລະປະເທດ; ສະໜັບສະໜູນຫຼັກໝັ້ນຂອງກັນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ພາຍຫຼັງການພົບປະເຈລະຈາ, ການນຳ 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາສູງ ແລະ ສະພາຕ່ຳ ອູຣູກວາຍ. ຕາມຂໍ້ຕົກລົງແລ້ວ, ສະພາແຫ່ງຊາດ ຫວຽດນາມ ແລະ ສະພາສູງ, ສະພາຕ່ຳ ອູຣູກວາຍ ໄດ້ເຫັນດີເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື ຜ່ານການແລກປ່ຽນຂໍ້ມູນຂ່າວສານ, ໃຫ້ຄຳປຶກສາ, ບຳລຸງສ້າງ, ຍົກສູງກຳລັງຄວາມສາມາດ ກໍຄືແລກປ່ຽນຄະນະຜູ້ແທນ; ພ້ອມທັງ, ໃຫ້ຄຳໝັ້ນສັນຍາແບ່ງປັນບົດຮຽນ ແລະ ການເຄື່ອນໄຫວຕົວຈິງໃນການສ້າງກົດໝາຍ, ໜູນຊ່ວຍ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ.

        ແລະກໍ່ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ລົງນາມໃນມະຕິສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ອູຣູກວາຍ- ຫວຽດນາມ, ເປັນສັກຂີພິຍານພິທີເປີດຕົວກຸ່ມສະມາຊິກລັດຖະສະພາມິດຕະພາບ ອູຣູກວາຍ - ຫວຽດນາມ ແລະ ກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ອູຣູກວາຍ; ເຂົ້າຮ່ວມພິທີປະກາດຈຳໜ່າຍສະແຕມເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ອູຣູກວາຍ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ