ເປັນຄັ້ງທຳອິດທີ່ ຫວຽດນາມ ຄ້ວາໄດ້ຫຼຽນຄຳໃນງານແຂ່ງຂັນກິລາມວຍ karatedo ໂລກ

(VOVWORLD) - ງານແຂ່ງຂັນກິລາມວຍ karatedo ໂລກໄດ້ຮັບການຈັດຕັ້ງຢູ່ Leipzig, ປະເທດ ເຢຍລະມັນ ແຕ່ວັນທີ 8 -10 ກັນຍາ 2017
ເປັນຄັ້ງທຳອິດທີ່ ຫວຽດນາມ ຄ້ວາໄດ້ຫຼຽນຄຳໃນງານແຂ່ງຂັນກິລາມວຍ karatedo ໂລກ - ảnh 1 ນັກມວຍ ຫງວຽນທິງວານ ທີ່ການຕໍ່ສູ້

ນັກມວຍ ຫງວຽນທິງວານ ສ້າງຂີດໝາຍປະຫວັດສາດໃຫ້ກິລາມວຍ karatedo ຫວຽດນາມ ເມື່ອຄ້ວາໄດ້ຫຼຽນຄຳໃນຂະໜາດນ້ຳໜັກ 61 kg ໃນການແຂ່ງຂັນກິລາມວຍ karatedo ໂລກເຊິ່ງໄດ້ຮັບການຈັດຕັ້ງຢູ່ Leipzig, ປະເທດ ເຢຍລະມັນ. ໃນຮອບຊິງຊະນະເລີດ, ນັກມວຍ ຫງວຽນທິງວານ ໄດ້ຊະນະຄູ່ຕໍ່ສູ້ Jumaa Haya ຊາວ ການາດາ 3 -1. ງານແຂ່ງຂັນກິລາມວຍ karatedo ໂລກໄດ້ຮັບການຈັດຕັ້ງຢູ່ Leipzig, ປະເທດ ເຢຍລະມັນ ແຕ່ວັນທີ 8 -10 ກັນຍາ 2017, ນີ້ແມ່ນລາງວັນນອນໃນລະບົບການໄລ່ຄະແນນຂອງງານມະຫາກຳກິລາໂລກ 2020. ຫຼຽນຄຳທີ່ ຫງວຽນທິງວານ ຄ້ວາມາໄດ້ແມ່ນຜົນງານທີ່ດີທີ່ສຸດຂອງກິລາ karatedo ຫວຽດນາມ ໃນລາຍການຕໍ່ສູ້ທີ່ງານແຂ່ງຂັນມວຍ karatedo ລະດັບໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ