ເປັນຄັ້ງທຳອິດທີ່ຫວຽດນາມເປັນເຈົ້າພາບຈັດຕັ້ງງານມະໂຫລານເດັກນ້ອຍອາຊຽນ

ເປັນຄັ້ງທຳອິດທີ່ຫວຽດນາມເປັນເຈົ້າພາບຈັດຕັ້ງງານມະໂຫລານເດັກນ້ອຍອາຊຽນ - ảnh 1
(ພາບປະກອບ)

(vovworld) - ​ເນື່ອງ​ໃນ​ໂອກາດ​ວັນ​ເດັກນ້ອຍ​ສາກົນ 1/6 ​ແລະ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ​ເດັກນ້ອຍ​ບັນດາ​ປະ​ເທດ ອາ​ຊຽນ. ງານ​ມະ​ໂຫລານ​ເດັກນ້ອຍ​ອາ​ຊຽນຖືກດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 28/5-2/6. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່ງານ​ມະ​ໂຫລານ​ເດັກນ້ອຍ​ອາ​ຊຽນຖືກ​ຈັດ​ຕັ້ງ ​ແລະ ​ໂດຍ​ຫວຽດນາມ​ເປັນ​ເຈົ້າພາບ. ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ເດັກນ້ອຍ​ທີ່​ມາ​ຈາກ ​ໄທ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ສິງ​ຄະ​ໂປ, ລາວ ​ແລະ ຫວຽດນາມ ຈະ​ພ້ອມ​ກັນ​ເຂົ້າ​ຮ່ວມ​ເຫດການ​ຕ່າງໆ​ເຊັ່ນ: ​ໄວ້ອາ​ໄລ​ປະທານ ຮ່າ​ຈີ​ມິນຢູ່​ສຸສານຂອງ​ເພິ່ນ, ຢ້ຽມຢາມ​ໜອງ ຮ່ວານ​ກ໋ຽມ, ວິຫານ ງອກ​ເຊີນ, ວັນ​ມ໋ຽວກວົກຕືຢາມ (ມະຫາວິທະຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມ), ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ, ຊົມ​ລະຄອນ​ຕຸກ​ກະ​ຕາ​ນ້ຳ, ​ເຂົ້າ​ຮ່ວມ​ລາຍການ homestay… ຈຸດ​ພົ້ນ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ນີ້​ແມ່ນ gala ສິລະ​ປະເດັກນ້ອຍ​ໃນ​ຕອນ​ຄຳ່​ວັນ​ທ 1/6. ບັນດາ​ຄະນະ​ເຂົ້າ​ຮ່ວມ​ຈະ​ສະ​ແດງ​ຊຸດ​ອາພອນ​ປະຈຳ​ຊາດ​ຂອງ​ປະ​ເທດ​ຕົນ ​ແລະ ລາຍການ​ສິລະ​ປະ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​​ສະ​ເພາະ​ຂອງ​ແຕ່ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ