ເປັນຄັ້ງທຳອິດນາຍົກລັດຖະມົນຕີລາວໂອ້ລົມສົນທະນາກັບວິສາຫະກິດຫວຽດນາມ

ເປັນຄັ້ງທຳອິດນາຍົກລັດຖະມົນຕີລາວໂອ້ລົມສົນທະນາກັບວິສາຫະກິດຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລິດ ມີ​ການ​ພົບ​ປະ ແລະ ໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ

(vovworld) – ​ ​​​​​ຕອນ​ຄ່ຳ​ວັນ​ທີ 21/10, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລິດ ມີ​ການ​ພົບ​ປະ ແລະ ໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ພວມ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ຂອງວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ພວມ​ລົງ​ທຶນ​ຢູ່​ລາວ. ນີ້​ເປັນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ກັບປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ພວມ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ ຢູ່ ລາວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ, ຫວ​ຽດ​ນາມ ແມ່ນ​ນັກ​ລົງ​ທຶນ​ຢືນ​ອັນ​ດັບ​ທີ 3 ຢູ່​ລາວ, ສິ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະ​ໜິດ​ຕິດ​ພັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ, ​ທ່ານ ຢັ້ງ​ຢື​ນວ່າ​ລັດ​ຖະ​ບານ ລາວ ຍາ​ມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ ແລະ ສ້າງ​ເງື່ອນ​ໄຂ​ສູງ​ສຸດ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ຢັ້ງ​ຢືນ​ວ່າ: ລັດ​ຖະ​ບານ​ລາວ ສືບ​ຕໍ່​ສ້າງ​ເງື່ອ​ນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເວົ້າ​ລວມ, ກໍ່​ຄື​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ ​ ຢູ່ ລາວເວົ້າ​ສະ​ເພາະໃນ​ການ​ເຄື່ອນ​ໄຫວ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ສະ​ເໜີ​ ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ​ມາລົງ​ທຶນ​ຢູ່​ລາວ ຄວນ​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ຍາວ​ນານ​ເພື່ອ​ເລືອກ​ເອົາ​ຂົງ​ເຂດ​ລົງ​ທຶນ​ລະ​ອຽດ, ຕາມ​ທ່າ​ແຮງ​ຂອງ​ຕົນ​ເພື່ອ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ລາວ ແລະ ໃຫ​້​ແກ່ 2 ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ຢັ້ງ​ຢືນ​ວ່າ, ລັດ​ຖະ​ບານ​ລາວ ​ສົ່ງ​ເສີມບັນ​ດາ​ນັກ​ລົງ​ທຶນ ​ທີ່ມາ​ຈາກ​ທ​ຸກໆ​ປະ​ເທດ ມີ​ການ​ແກ່ງ​ແຍ້ງ​ຢ່າງ​ຍຸ​ຕິ​ທຳ, ພ້ອມ​ທັງ​ຕ້ອງ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ລາວ​ຢ່າງ​ເຂັ້​ມງວດ.


ຂ່າວ/ບົດ​ອື່ນ