ເປັນ​ຄັ້ງ​ທຳ​ອິດ​ວັນ​ບຸນ​ເຂົ້າ​ຈີ່ໄດ້​ຈັດ​ຂຶ້ນ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ

(VOVWORLD) -ວັນບຸນມີການເຂົ້າຮ່ວມຂອງ ຮ້ານວາງສະແດງ ແລະ ຂາຍເຂົ້າຈີ່ 120 ຮ້ານຂອງບັນດາໜ່ວຍງານ, ຮ້ານອາຫານ, ຮ້ານເຂົ້າຈີ່, ນັກສະໜອງຢູ່ນະຄອນໂຮ່ຈີມິນ ແລະ ທົ່ວປະເທດ, ນັກສະໜອງຕ່າງປະເທດ, ຄາດວ່າຈະດຶງດູດການເຂົ້າຮ່ວມຂອງແຂກເຂົ້າຊົມ, ລົງພຶດຕິກຳຕົວຈິງ ແລະ ຊື້ເຄື່ອງຂອງຫຼາຍກວ່າ 50.000 ເທື່ອຄົນ
ເປັນ​ຄັ້ງ​ທຳ​ອິດ​ວັນ​ບຸນ​ເຂົ້າ​ຈີ່ໄດ້​ຈັດ​ຂຶ້ນ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ - ảnh 1ພິທີປະກາດວັນບຸນ (ພາບ: VOV)

ໃນລະຫວ່າງວັນທີ 30 ມີນາ ຫາວັນທີ 2 ເມສາ, ສະຫະສະມາຄົມການທ່ອງທ່ຽວ ແລະ ພະແນກການທ່ອງທ່ຽວນະຄອນໂຮ່ຈີມິນຈະຈັດຕັ້ງວັນບຸນເຂົ້າຈີ່ ຫວຽດນາມ ຄັ້ງທີ 1 ປີ 2023. ວັນບຸນເພື່ອແນໃສ່ປະກອບສ່ວນກໍ່ສ້າງ ແລະ ຢັ້ງຢືນມູນຄ່າ ກໍ່ຄືເຄື່ອງໝາຍການຄ້າຂອງເຂົ້າຈີ່ ຫວຽດນາມ, ພ້ອມທັງເຊີດຊູບັນດານັກສິລະກະການ, ຜູ້ເຮັດເຂົ້າຈີ່ທີ່ໄດ້ສ້າງມູນຄ່າໃຫ້ແກ່ເຂົ້າຈີ່ແຕ່ລະອັນ. ວັນບຸນມີການເຂົ້າຮ່ວມຂອງ ຮ້ານວາງສະແດງ ແລະ ຂາຍເຂົ້າຈີ່ 120 ຮ້ານຂອງບັນດາໜ່ວຍງານ, ຮ້ານອາຫານ, ຮ້ານເຂົ້າຈີ່, ນັກສະໜອງຢູ່ນະຄອນໂຮ່ຈີມິນ ແລະ ທົ່ວປະເທດ, ນັກສະໜອງຕ່າງປະເທດ, ຄາດວ່າຈະດຶງດູດການເຂົ້າຮ່ວມຂອງແຂກເຂົ້າຊົມ, ລົງພຶດຕິກຳຕົວຈິງ ແລະ ຊື້ເຄື່ອງຂອງຫຼາຍກວ່າ 50.000 ເທື່ອຄົນ.  ທ່ານນາງ ຫງວຽນທິແຄ້ງ, ປະທານສະຫະສະມາຄົມການທ່ອງທ່ຽວນະຄອນໂຮ່ຈີມິນ, ຫົວໜ້າຄະນະຈັດຕັ້ງວັນບຸນໃຫ້ຮູ້ວ່າ:

        ນີ້ແມ່ນການເຄື່ອນໄຫວປະກອບສ່ວນເຂົ້າໃນການກະຕຸກຊຸກຍູ້ການທ່ອງທ່ຽວ, ເຮັດໃຫ້ການທ່ອງທ່ຽວນະຄອນອຸດົມສົມບູນກ່ວາອີກ. ນີ້ແມ່ນເຫດການເປີດສາກ ແລະ ອາດຈະຈັດຕັ້ງຢ່າງເປັນປະຈຳໃນປີ, ເພື່ອດຶງດູດບໍ່ພຽງແຕ່ແຂກທ່ອງທ່ຽວຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນແຂກທ່ອງທ່ຽວສາກົນ ມາຢ້ຽມຊົມ, ເຂົ້າຮ່ວມອີກດ້ວຍ. ແນ່ນອນວ່າ, ແຂກທ່ອງທ່ຽວຈະຮູ້ສຶກຈັບອົກຈັບໃຈຕໍ່ກັບວັນບຸນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ