ເປັນຄັ້ງທຳອິດຫວຽດນາມມີປະມວນຂໍ້ກຳນົດການປະພຶດທີ່ມີສີວິໄລໃນການທ່ອງທ່ຽວ

ເປັນຄັ້ງທຳອິດຫວຽດນາມມີປະມວນຂໍ້ກຳນົດການປະພຶດທີ່ມີສີວິໄລໃນການທ່ອງທ່ຽວ - ảnh 1
(ພາບ​ປະ​ກອບ​ອີນ​ເຕີ​ແນັດ)

(vovworld) - ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ ໄດ້​ປະ​ກາດ​ໃຊ້ປະ​ມວນ​​ຂໍ້​ກຳ​ນົດ​ການ​ປະ​ພຶດ​ທີ່​ມີ​ຄວາມ​​ສີ​ວິ​ໄລ​ໃນ​ການ​ທ່ອງ​ທ່ຽວ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​​ປະ​ກາດປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​​ທີ່​ມີສີ​ວິ​ໄລ​ໃນ​ການ​ທ່ອງ​ທ່ຽວ​ທົ່ວ​ປະ​ເທດ. ປະ​ມວນ​​ຂໍ້​ກຳ​ນົດ​ການ​ປະ​ພຶດ​ທີ່​ມີ​​ຄວາມສີ​ວິ​ໄລໃນ​ການ​ທ່ອງ​ທ່ຽວ​ລວມ​ມີ​ບັນ​ດາ​ຂໍ້​ກຳ​ນົດ​​ທີ່ມີ​ຫຼັກ​ສະ​ນະ​ມາດ​ຕະຖານ, ປະ​ກອບ​ສ່ວນ​ກຳ​ນົດ​ທິດ​ການ​ກະ​ທຳ, ທ່າ​ທີ, ຄວາມ​​ຊິນ​ເຄີຍ, ວິ​ທີ​​ການປະ​ພຶດ​ທີ່​ມີ​ຄວາມສີ​ວິ​ໄລ​ຂອງ​ອົງ​ການ​ຈັດ​ຕັ້ງ ແລະ ສ່ວນ​ບຸກ​ຄົນ ເມື່ອ​ເຂົ້າ​ຮ່ວມ​ບັນ​ດາ​ການ​ທ່ອງ​ທ່ຽວ. ປະ​ມວນ​ຂໍ້​ກຳ​ນົດ​ມຸ່ງ​ໄປ​ເຖິງ​ນັກ​ທ່​ອ​ງ​ທ່ຽວຊາວ​ຫວຽດ​ນາມ ​ໄປ​ທ່ອ​ງ​ທ່ຽວ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ; ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ມາ​ທ່ອງ​ທ່ຽວ​ຢູ່​ຫວຽດ​ນາມ; ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ເຂົ້າ​ຮ່ວມ​ການ​ເຄື່​ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ດ້ານ​ການ​ທ່ອງ​ທ່ຽວ…

        ເລື່ອງ​ປະ​ກາດ​ປະ​ມວນ​ຂໍ້​ກຳ​ກົດ​ດັ່ງ​ກ່າວ​ແມ່ນ​ສັນ​ຍານ​ທີ່​ສະ​ແດງ​ໃຫ້​ເ​ຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ທົ່ວ​ຂະ​ແໜງ​ທ່ອງ​ທ່ຽວ ກໍ​່ຄື​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຕ່າງໆ ໃນ​ການ​ປັ​ບ​ປຸງ, ຍົກ​ສູງ​ພາ​ບ​ພົດ​ຂອງ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ​, ມຸ່ງ​ໄປ​ເຖິງ​ການ​ທ່ອງ​ທ່ຽວ​ທີ່​ມີ​ຄວາມ​ສີ​ວິ​ໄລ, ສະ​ໜິດ​ສະ​ໜົມ ແລະ ສ້າງ​ຄວາມດຶງ​ດູດ.


ຂ່າວ/ບົດ​ອື່ນ