ເປັນຄັ້ງທຳອິດໃນປະຫວັດສາດທີ່ຫວຽດນາມມີປະທານສະພາແຫ່ງຊາດເປັນຜູ້ຍິງ

ເປັນຄັ້ງທຳອິດໃນປະຫວັດສາດທີ່ຫວຽດນາມມີປະທານສະພາແຫ່ງຊາດເປັນຜູ້ຍິງ - ảnh 1
ທ່ານນາງ ຫງວຽນທິກິມເງິນ
(ພາບ: Ngọc Thắng/thanhnien.vn)

(vovworld) –  ໃນວາລະປະຊຸມຂອງສະພາແຫ່ງຊາດເມື່ອຕອນເຊົ້າວັນທີ 31/3, ທ່ານນາງ ຫງວຽນທິກິມເງິນ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ດ້ວຍຈຳນວນບັດ ສະໜັບສະໜູນ 95,5%. ທ່ານນາງກໍ່ຍັງໄດ້ຮັບການເລືອກຕັ້ງເປັນປະທານສະພາເລືອກຕັ້ງ ແຫ່ງຊາດ ນຳ​ອີກ ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ 91,5%. ພາຍຫຼັງໝາກຜົນຂອງການ ນັບບັດໄດ້ຮັບການປະກາດ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ເລືອ​ກຕັ້ງ​ຕຳ​ແໜ່ງປະທານ​ສະພາ​ແຫ່ງ​ຊາດ ​ແລະ ຕຳ​ແໜ່​ງປະທານ​ສະພາ​​ເລືອກ​ຕັ້ງ​ແຫ່ງ​ຊາດ.

        ​ໃນ​ພິທີ​ສາບາ​ນຕົວ​ຮັບດຳ​ລົງ​ຕຳ​ແໜ່​ງຕາມ​ກຳນົດ​ຂອງ​ລັດຖະທຳ​ມະນູນປີ 2013, ທ່ານ​ນາງ ຫງວຽນ​ທິກ​ິມ​ເງິນ ​ໄດ້​ກ່າວ​ຄຳ​ເຫັນ​ວ່າ:

        “ຕໍ່ໜ້າ​ຄັນ​ທຸງ​ຂອງ​ຊາດ, ຕໍ່ໜ້າ​ສະພາ​ແຫ່ງ​ຊາດ, ຕໍ່​ໜ້າ​ພໍ່​ແມ່​ປະຊາຊົນ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ, ຂ້າພະ​ເຈົ້າ​​ຂໍ​ສາບານ​ຕົນ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ, ຕໍ່​ປະ​ຊາ​ຊົນ, ຕໍ່​ລັດຖະທຳ​ມະນູນ​ຂອງ ສສ ຫວຽດນາມ. ຂ​້າພະ​ເຈົ້າ​ໝັ້ນ​ໝາຍຈະ​ມານະ​ພະຍາຍາມ​ຝຶກ​ຝົນ​ຫຼໍ່​ຫຼອ​ມ, ສູ້​ຊົນ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​​ໂດຍພັກ, ລັດ ​ແລະ ປະຊາຊົນ​ມອບ​ໝາຍ​ໃຫ້. ນັບ​ແຕ່​ນີ້​​ເປັນ​ຕົ້​ນ​ໄປ, ຂ້າພະ​ເຈົ້າ​ຈະຈົດ​ຈຳ​ຄຳ​ສາບານ​ຂອງ​ຕົນ​ຕໍ່​ສະພາ​ແຫ່ງ​ຊາດ​ເພື່ອ​ປະຕິບັດ​ໜ້າ​ທີ່, ສິດ​ອຳນາດຂອງ​ປະທານ​ສະພາ​ແຫ່ງ​ຊາດ​ຢ່າງຖືກຕ້ອງ, ຄົບ​ຖ້ວນຕາມ​ກົດໝາຍ, ​​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຄົນ​ລຸ້ນກ່ອນ​ ຂ້າພະ​ເຈົ້າຈະ​ພ້ອມ​ກັບ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ຊີ້​ນຳນຳພາ​ການປະຕິບັດ​ໜ້າ​ທີ່​ຂອງ​ອົງການ​ຕົວ​ແທນ​ສູງ​ສຸດ​ຂອງ​ປະຊາຊົນ, ອົງການ​ມີ​ສິດ​ອຳນາ​ດສູງ​ສຸດ​ຂອງ ສສ ຫວຽດນາມ ​ເປັນ​ຢ່າງ​ດີ”

        ກ່າ​ວຄຳ​ເຫັນ​ກ່ຽວ​ກັບ​ເຫດການ​ນີ້, ທ່ານ ຫງວຽນ​ຊິງ​ຮູ່ງ, ອະດີດ​ປະທານ​ສະພາ​ແຫ່ງ​ຊາດ ຢັ້ງຢືນ​ວ່າ:

        “ສະພາ​ແຫ່ງ​ຊາດ​ຈະຈົດ​ຈຳ​ຄຳ​ສາບານຂອງ​ທ່ານ​ນາງ​ປະ​ທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ, ນີ້​ແມ່ນ​ເຫດການ​ເປັນ​ໜ້າ​ຊື່ນ​ຊົມ​ທີ່​ສຸດ, ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດທີ່​ສະພາ​ແຫ່ງ​ຊາດ ຫວຽ​ດນາມ ມີ​ປະທານ​ສະພາ​ແຫ່ງ​ຊາດ​​ເປັນ​ແມ່ຍິງ ນັ້ນ​ແມ່ນ​ທ່ານ​ນາງ ຫງວຽນ​ທິກິມ​ເງິນ”

        ທ່ານ​ນາງ ຫງວຽນ​ທິກິມ​ເງິນ ​ເກີດ​ປີ 1954, ທ່ານນາງ​ແມ່ນປະລິຍາ​ໂທ​ດ້ານ​ເສດຖະກິດ. ທ່ານ​ນາງ​ເຄີຍ​ດຳລົງ​ບັນດາຕ​ຳ​ແໜ່​ງສຳຄັນ​ຕ່າງໆ​ຄື: ​ເປັນລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ການ​ເງິນ, ​ເລຂາ​ຄະນະ​ພັກ​ແຂວງ ຫາຍ​ເຢືອງ, ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງການ - ສັງຄົມ. ​ເດືອນ 5/2013, ຢູ່​ກອງ​ປະຊຸມສູນ​ກາງ​ຄັ້ງ​ທີ 7 ຊຸດ​ທີ 11, ທ່ານ​ນາງ ຫງວຽນ​ທິກິມ​ເງິນ ​ໄດ້​ຮັບ​ການ​​ເລືອກ​ຕັ້ງ​​ເປັນ​ກຳມະການ​ກົມ​ການ​ເມືອງ. ປີ 2016, ທີ​່ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທ​ດຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ທ່ານ​ນາງ ​ໄດ້​ເລືອກ​ຕັ້ງ​ເຂົ້າຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດ​ທີ 12, ຫຼັງ​ຈາກ​ນັ້ນ​ໄດ້ຮັບ​ການ​ເລືອກ​ຕັ້ງ​​ເປັນ​ກຳມະການ​ກົມ​ການ​ເມືອງ.


ຂ່າວ/ບົດ​ອື່ນ