ເປັນຄັ້ງທຳອິດໝາກລິນຈີ່ສົດຂອງຫວຽດນາມວາງຂາຍຢູ່ແຂວງ Kogoshima, ຍີ່ປຸ່ນ

(VOVWORLD) -ງວດໝາກລິນຈີ່ສົດທຳອິດຂອງຫວຽດນາມ ໄດ້ວາງຂາຍໃນລະບົບຮ້ານຄ້າ AEON ຢູ່ແຂວງ Kogoshima ໃນຂອບເຂດສັບປະດາສິນຄ້າຫວຽດນາມ ຢູ່ AEON Kogoshima ເຊິ່ງເລີ່ມແຕ່ວັນທີ 04 - 06 ມິຖຸນາ.
ເປັນຄັ້ງທຳອິດໝາກລິນຈີ່ສົດຂອງຫວຽດນາມວາງຂາຍຢູ່ແຂວງ Kogoshima, ຍີ່ປຸ່ນ - ảnh 1ໝາກລິນຈີ່ສົດຂອງຫວຽດນາມ ວາງຂາຍໃນລະບົບຮ້ານຄ້າ AEON Kogoshima
(ພາບ: TTXVN)

ຕອນເຊົ້າວັນທີ 04 ມິຖຸນາ, ຢູ່ ໂຕກຽວ, ທີ່ການເຮັດວຽກທາງອອນລາຍກັບທ່ານ ຫວູຮົ່ງນາມ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳຍີ່ປຸ່ນ, ທ່ານ Shiota Koichi, ຜູ້ວ່າການລັດ Kogoshima ໃຫ້ຮູ້ວ່າ, ງວດໝາກລິນຈີ່ສົດທຳອິດຂອງຫວຽດນາມ ໄດ້ວາງຂາຍໃນລະບົບຮ້ານຄ້າ AEON ຢູ່ແຂວງ Kogoshima ໃນຂອບເຂດສັບປະດາສິນຄ້າຫວຽດນາມ ຢູ່ AEON Kogoshima ເຊິ່ງເລີ່ມແຕ່ວັນທີ 04 - 06 ມິຖຸນາ. ຄຽງຂ້າງເຫດການເປັນຄັ້ງທຳອິດໝາກລິນຈີ່ສົດໄດ້ແນະນຳ, ວາງຂາຍຢູ່ AEON Kogoshima, ອົງການການຄ້າ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ກໍ່ພວມແລກປ່ຽນ ແລະ ສົມທົບກັບຜູ້ຕາງໜ້າກຸ່ມບໍລິສັດ AEON ຍີ່ປຸ່ນ ກ່ຽວກັບແຜນການເພີ່ມທະວີການໂຄສະນາພາບພົດສິນຄ້າຂອງຫວຽດນາມ ໃນລາຍການສັບປະດາສິນຄ້າຂອງ ຫວຽດນາມ ຢູ່ AEON, ໂດຍສຸມໃສ່ໝາກລິນຈີ່ ແລະ ບາງຜະລິດຕະພັນກະເສດດີເດັ່ນຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ